ລັດຖະບານຕົກລົງຫລາຍບັນຫາສຳຄັນຂອງຊາດ

ກອງປະຊຸມລັດຖະບານປະຈຳເດືອນເມສາ 2019 ໄດ້ຈັດຂຶ້ນໃນວັນທີ 23-24 ນີ້ ໂດຍການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ກອງປະຊຸມໄດ້ປຶກສາຫາລື ແລະ ຕົກລົງຫລາຍບັນຫາສຳຄັນຂອງຊາດຄື: ຮັບຟັງລາຍງານຄວາມຄືບໜ້າການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ, ຄົ້ນຄວ້າພິຈາລະນາການສະເໜີຂໍອະນຸມັດຂຸດຄົ້ນໄມ້ຢູ່ໃນເຂດພັດທະນາໂຄງການຕ່າງໆ ແລະ ເກັບເຄື່ອງປ່າຂອງດົງປະຈຳປີ 2019, ການປັບປຸງໂຄງສ້າງລາຄາໄຟຟ້າ, ພິຈາລະນາດຳລັດວ່າດ້ວຍການປະຢັດພະລັງງານ ແລະ ຮ່າງດຳລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ.
ຕໍ່ບັນຫາດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ມີທິດຊີ້ນຳຄື: ສຳລັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດມະຫາພາກ ແມ່ນໃຫ້ກະຊວງກ່ຽວຂ້ອງສືບຕໍ່ລົງເລິກຄົ້ນຄວ້າການປັບປຸງນິຕິກຳຕ່າງໆ ໂດຍສະເພາະການປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດຂອງລັດ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດໃນປະເທດ, ສ່ວນການຂໍອະນຸມັດຂຸດຄົ້ນໄມ້, ກອງປະຊຸມເຫັນດີໃຫ້ຂຸດຄົ້ນໃນເຂດໂຄງການພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນ້ຳໃນເຂື່ອນ ໂດຍມອບໃຫ້ກະຊວງອຸດສາຫະກຳ ແລະ ການຄ້າເປັນເຈົ້າການ ສົມທົບກັບຂະແໜງການກ່ຽວຂ້ອງອື່ນໆ ເອົາໃຈໃສ່ກວດກາຄວາມຖືກຕ້ອງຂອງຂໍ້ມູນໃຫ້ລະອຽດ ເພື່ອຫລີກລ້ຽງການສວຍໂອກາດ, ສອດຄ່ອງຕາມລະບຽບກົດໝາຍ ແລະ ສາມາດສ້າງລາຍຮັບເຂົ້າງົບປະມານ. ສ່ວນບັນຫາອື່ນໆ ແມ່ນໃຫ້ຂະແໜງການກ່ຽວຂ້ອງນຳໄປປັບປຸງຕາມຄຳເຫັນຂອງກອງປະຊຸມ ເພື່ອໃຫ້ຮັບປະກັນຕາມລະບຽບຫລັກການ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

