ຈຳນວນຜູ້ຕິດເຊື້ອພະຍາດຫັດ ຢູ່ອາເມລິກາເພີ່ມສູງສຸດໃນຮອບ 25 ປີ

ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງອາເມລິກາ (CDC) ຖະແຫລງຢືນຢັນວ່າ: ພົບຜູ້ຕິດເຊື້ອພະຍາດຫັດເຖິງ 700 ຄົນແລ້ວໃນປີນີ້ ຖືເປັນຈຳນວນສູງສຸດຫລັງຈາກອາເມລິກາປະກາດວ່າປອດຈາກພະຍາດຫັດນັບແຕ່ປີ 2000.
CDC ລາຍງານວ່າ: ການກັບມາລະບາດຄັ້ງໃໝ່ຂອງພະຍາດຫັດພົບຫລາຍຢູ່ລັດວໍຊິງຕັນ ແລະ ລັດນິວຢອກ ທີ່ມີມາແຕ່ທ້າຍປີຜ່ານມາ ເຊິ່ງຍັງລະບາດຢ່າງຕໍ່ເນື່ອງ ແລະ ເພີ່ມຂຶ້ນສູງສຸດໃນຮອບ 25 ປີ ໂດຍມີລາຍງານມີຜູ້ຕິດເຊື້ອຈຳນວນ 700 ຄົນໃນ 22 ລັດປີນີ້ ນັບເຖິງວັນທີ 24 ເມສາ ຈາກຕົວເລກເກົ່າ 626 ຄົນໃນວັນທີ 22 ເມສາ. ຖືເປັນສະຖານະການພະຍາດຫັດລະບາດຄັ້ງຮຸນແຮງທີ່ສຸດນັບແຕ່ປີ 1994 ທີ່ມີລາຍງານຜູ້ຕິດເຊື້ອ 963 ຄົນ. ຜູ້ຊ່ຽວຊານກ່າວວ່າ: ການທີ່ຕົວເລກຜູ້ຕິດເຊື້ອເພີ່ມຂຶ້ນ ສ່ວນໜຶ່ງເປັນຍ້ອນຄວາມເຊື່ອທາງສາສະໜາ ແລະ ການເຜີຍແຜ່ຂໍ້ມູນຂ່າວສານບໍ່ຖືກຕ້ອງ ເຮັດໃຫ້ປະຊາຊົນບໍ່ເຂົ້າຮັບການສັກວັກແຊັງ. CDC ແນະນຳໃຫ້ປະຊາຊົນ ແລະ ຄອບຄົວພາລູກຫລານທີ່ມີອາຍຸແຕ່ 1 ປີຂຶ້ນໄປມາເຂົ້າຮັບການສັກວັກແຊັງປ້ອງກັນພະຍາດຫັດ ຍົກເວັ້ນຜູ້ທີ່ເຄີຍບໍ່ສະບາຍດ້ວຍພະຍາດຫັດມາແຕ່ນ້ອຍ ເຊິ່ງຈະມີພູມຄຸ້ມກັນແລ້ວ.

