ລາວ ແລະ ສປ ຈີນ ເພີ່ມທະວີການຮ່ວມມືດ້ານການແພດ

ພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງໂຮງໝໍມະໂຫສົດ ແລະ ໂຮງໝໍຟູວ້າຍ ແຂວງຢູນນານ ສປ ຈີນ ໄດ້ມີຂຶ້ນໃນວັນທີ 23 ເມສາຜ່ານມານີ້ທີ່ນະຄອນຫລວງວຽງຈັນ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການແພດ, ໂດຍສະເພາະໂຄງການປິ່ນປົວ ແລະ ບົ່ງມະຕິພະຍາດຫົວໃຈຂອງຜູ້ໃຫຍ່ ແລະ ພະຍາດຫົວໃຈມາແຕ່ກຳເນີດຂອງເດັກນ້ອຍ, ໂດຍຝ່າຍຈີນຈະໃຫ້ການຊ່ວຍເຫລືອດ້ານອຸປະກອນການແພດ, ແລກປ່ຽນຊ່ຽວຊານໃນດ້ານການປິ່ນປົວ ແລະ ສະໜອງທຶນການສຶກສາໃນໄລຍະສັ້ນໃຫ້ຝ່າຍລາວ ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກສູງຂີດຄວາມສາມາດໃນການປິ່ນປົວພະຍາດຫົວໃຈ-ເສັ້ນເລືອດໃຫ້ບັນດາແພດໝໍລາວນັບມື້ດີຂຶ້ນ, ຕາງໜ້າເຊັນບົດບັນທຶກດັ່ງ ກ່າວໂດຍທ່ານ ພິສິດ ພຸດສະຫວັດ ຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ ມາລິນກຸນ ຮອງອຳນວຍການໂຮງໝໍຟູວ້າຍ ແຂວງຢູນນານ ສປ ຈີນ.
ທ່ານ ພິສິດ ພຸດສະຫວັດ ກ່າວວ່າ: ເພື່ອເປັນການຍົກລະດັບການປິ່ນປົວ, ການຄວບຄຸມ, ການປ້ອງກັນພະຍາດ ແລະ ການຄົ້ນຄວ້າທາງດ້ານວິທະຍາສາດການແພດຂອງລາວໃຫ້ພະນັກງານແພດໂຮງໝໍມະໂຫສົດ ເພື່ອຍົກສູງລະດັບຄວາມສາມາດເບິ່ງແຍງປີ່ນປົວຄົນເປັນພະຍາດຫົວໃຈ ແລະ ເສັ້ນເລືອດມີຄຸນນູະພາບດີຂຶ້ນ, ພ້ອມນີ້, ຍັງເປັນການເພີ່ມທະວີການພົວພັນຮ່ວມມືທາງດ້ານວິທະຍາສາດການແພດລະຫວ່າງນັກຄົ້ນຄວ້າ ແລະ ຊ່ຽວຊານຂອງສອງຝ່າຍອີກດ້ວຍ.
ນອກຈາກນີ້, ຍັງຈະໄດ້ຮ່ວມກັນຈັດຕັ້ງປະຕິບັດການຄວບຄຸມ ແລະ ຄົ້ນຄວ້າກ່ຽວກັບພະຍາດຊ້ຳເຮື້ອ, ສ້າງລະບົບຂໍ້ມູນການແພດທາງໄກທີ່ໂຮງໝໍມະໂຫສົດ ແລະ ສະຖານທີ່ອື່ນໆໃນ ສປປ ລາວ ຕື່ມອີກ.

