UN ເຜີຍ ພົນລະເຮືອນຖືກອາເມລິກາ ແລະ ອັບການິດສະຖານ ສັງຫານຫລາຍກວ່າກຸ່ມຕິດອາວຸດ

ລາຍງານຂອງສະຫະປະຊາຊາດ ທີ່ເປີດເຜີຍໃນວັນທີ 24 ເມສານີ້ ລະບຸວ່າ: ພົນລະເຮືອນຢູ່ອັບການິດສະຖານຈຳນວນເພີ່ມຂຶ້ນຖືກສັງຫານດ້ວຍຝີມືຂອງກອງກຳລັງອາເມລິກາ ແລະ ກອງໜຸນລັດຖະບານ ຫລາຍກວ່າກຸ່ມຕາລີບັນ ແລະ ກຸ່ມຕິດອາວຸດອື່ນໆ.
ເຫດນອງເລືອດມີຂຶ້ນໄລຍະທີ່ອາເມລິກາລະດົມໂຈມຕີທາງອາກາດຢູ່ອັບການິດສະຖານ ຂະນະພະຍາຍາມຊຸກຍູ້ຂໍ້ຕົກລົງສັນຕິພາບກັບກຸ່ມຕາລີບັນ ເຊິ່ງມີອິດທິພົນ ແລະ ຄວບຄຸມພື້ນທີ່ຫລາຍຂຶ້ນກວ່າໄລຍະຜ່ານມາ ນັບແຕ່ຖືກໂຄ່ນລົ້ມຈາກອຳນາດໃນປີ 2001. ສຳນັກງານ UN ໃນອັບການິດສະຖານ ມີລາຍງານງວດໄຕມາດລະບຸວ່າ: ໃນໄລຍະ 3 ເດືອນທຳອິດຂອງປີ 2019 ປະຕິບັດການໂຈມຕີຂອງກອງກຳລັງລັດຖະບານອັບການິດສະຖານ ແລະ ກອງກຳລັງຕ່າງປະເທດນຳໂດຍອາເມລິກາເປັນເຫດໃຫ້ພົນລະເຮືອນເສຍຊີວິດເຖິງ 305 ຄົນ, ຂະນະທີ່ ກຸ່ມຕິດອາວຸດເຮັດໃຫ້ມີຜູ້ເສຍຊີວິດ 227 ຄົນ.
UN ລາຍງານວ່າ: ພົນລະເຮືອນສ່ວນຫລາຍເສຍຊີວິດຈາກການໂຈມຕີທາງອາກາດ ແລະ ປະຕິບັດການພາກພື້ນດິນຂອງກອງກຳລັງອາເມລິກາ ແລະ ອັບການິດສະຖານ ເຊິ່ງ UN ເປີດເຜີຍວ່າ: ການໂຈມຕີທີ່ຜິດພາດພັດບໍ່ໄດ້ຮັບການລົງໂທດ. ລາຍງານຂອງ UN ຮຽກຮ້ອງໃຫ້ກອງກຳລັງຮັກສາຄວາມໝັ້ນຄົງອັບການິດສະຖານ ແລະ ກອງກຳລັງສາກົນ ດຳເນີນການສອບສວນຕາມຂໍ້ກ່າວຫາສັງຫານພົນລະເຮືອນ. ລາຍງານຜົນການສອບສວນ ແລະ ຈ່າຍຄ່າຊົດເຊີຍຢ່າງເໝາະສົມໃຫ້ແກ່ຄອບຄົວຜູ້ເຄາະຮ້າຍ. ສຳນັກງານ UN ໃນອັບການິດສະຖານເກັບຂໍ້ມູນຕົວເລກພົນລະເຮືອນເສຍຊີວິດມາແຕ່ປີ 2009 ທ່າມກາງສະຖານະການຄວາມໝັ້ນຄົງທີ່ຊຸດໂຊມລົງຢູ່ອັບການິດສະຖານ.

