ສີລັງກາຊີ້ IS ອາດຢູ່ເບື້ອງຫລັງ ເຫດລະເບີດວັນອີສເຕີ

ນາຍົກລັດຖະມົນຕີ ຣານິລ ວິກົມສິງເຫ ຂອງສີລັງກາ ກ່າວວ່າ: ຜູ້ກໍ່ເຫດລະເບີດຂ້າຕົວຕາຍໃນວັນອີສເຕີໃນຫລາຍຈຸດຂອງປະເທດ ອາດມີການເຊື່ອມໂຍງກັບກຸ່ມຕິດອາວຸດລັດອິສລາມ (IS) ເຊິ່ງຄຳກ່າວຂອງທ່ານມີຂຶ້ນຫລັງຈາກ ກຸ່ມ IS ອອກມາອ້າງຄວາມຮັບຜິດຊອບໃນການໂຈມຕີ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 321 ຄົນ.
ທ່ານ ວິກົມສິງເຫ ກ່າວວ່າ: ທາງການກຳລັງກວດສອບຄຳກ່າວອ້າງຂອງ IS ເຊິ່ງອາດຈະກ່ຽວຂ້ອງກັບການໂຈມຕີຄັ້ງນີ້. ນອກຈາກນີ້ ລັດຖະບານສີລັງກາ ຍັງລະບຸວ່າ: ກຸ່ມມຸດສະລິມຫົວຮຸນແຮງໃນປະເທດລົງມືໂຈມຕີໂບດຄຣິສ ເພື່ອແກ້ແຄ້ນເຫດການຍິງໃນມັດສະຢິດປະເທດນູແວນເຊລັງໃນເດືອນຜ່ານມາ.
ຂະນະທີ່ ເຈົ້າໜ້າທີ່ລະດັບສູງໃນກະຊວງປ້ອງກັນປະເທດຂອງສີລັງກາ ກ່າວຕໍ່ລັດຖະສະພາວ່າ: ກຸ່ມກໍ່ການຮ້າຍທີ່ຢູ່ເບື້ອງຫລັງມີ 2 ກຸ່ມຄື: ກຸ່ມແນຊັນແນລ ທາວີດ ຈາມັດ (NTJ) ແລະ ກຸ່ມຈາມມິຢາທູ ມິລາທູ ອິບຣາຮິມ ເຊິ່ງເປັນກຸ່ມມຸດສະລິມຫົວຮຸນແຮງໃນປະເທດ ຕ້ອງການໂຈມຕີເພື່ອແກ້ແຄ້ນເຫດການທີ່ຊາຍຊາວອົດສະຕຣາລີທີ່ມີແນວຄິດນິຍົມຜິວຂາວຍິງປືນໃນມັດສະຢິດ 2 ແຫ່ງໃນເມືອງໄຄເຊີບ ປະເທດນູແວນເຊລັງໃນເດືອນຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ 50 ຄົນ.

