
ສາທາເຕືອນໃຫ້ລະວັງພະຍາດລະດູຮ້ອນ
ພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໄດ້ອອກມາເຕືອນວ່າ: ປັດຈຸບັນ, ສະພາບອາກາດແມ່ນຮ້ອນອົບເອົ້າຫລາຍ ຈຶ່ງກໍ່ໃຫ້ເກີດຫລາຍພະຍາດໃນຊ່ວງໄລຍະນີ້, ໂດຍສະເພາະພະຍາດຖອກທ້ອງ ເປັນພະຍາດໜຶ່ງທີ່ທຸກຄົນຄວນເອົາໃຈໃສ່ຮັກສາສຸຂະພາບເພື່ອປ້ອງກັນບໍ່ໃຫ້ເກີດພະຍາດດັ່ງກ່າວ, ດັ່ງທ່ານຫົວໜ້າພະແນກສາທາລະນະສຸກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນສະພາບອາກາດແມ່ນຮ້ອນແຮງ, ຊຶ່ງຈະມີຫລາຍພະຍາດທີ່ເກີດຂຶ້ນໂດຍສະເພາະພະຍາດຖອກທ້ອງ ແລະ ມາຮອດປັດຈຸບັນ, ທົ່ວນະຄອນຫລວງວຽງຈັນມີຄົນເຈັບເປັນໝວດອາການພະຍາດຖອກທ້ອງແລ້ວ 2 ພັນກໍລະນີ, ທຽບໃສ່ໄລຍະດຽວກັນຂອງປີ 2018 ເພີ່ມຂຶ້ນຫລາຍກ່ວາ 200 ຄົນ, ນອກນີ້ກໍຍັງມີພະຍາດໄຂ້ເລືອດອອກທີ່ມີຄົນເຈັບກ່ວາ 300 ກໍລະນີ ແລະ ມີຜູ້ເສຍຊີວິດແລ້ວ 4 ຄົນ, ລວມທັງພະຍາດທ້ອງບິດ ແລະ ພະຍາດອັກເສບລະບົບຫາຍໃຈທີ່ເກີດຂຶ້ນຫລາຍໃນສະພາບອາກາດຮ້ອນນີ້ ແລະ ສ່ວນໃຫຍ່ແມ່ນເດັກນ້ອຍທີ່ມັກເຈັບເປັນພະຍາດໃນໄລຍະນີ້, ຍ້ອນການກິນຢູ່ທີ່ບໍ່ສະອາດ, ອາຫານບູດເນົ່າໄວ, ການປຸງແຕ່ງອາຫານບໍ່ຖືກສຸຂະອະນາໄມ ແລະ ໄລຍະອາກາດຮ້ອນມີແມງວັນທີ່ເປັນພາຫະນໍາເຊື້ອພະຍາດມາຈັບຕອມອາຫານສົ່ງຜົນໃຫ້ອາຫານບໍ່ສະອາດມີເຊື້ອພະຍາດຕາມມາ.
ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ, ໄດ້ຈັດທີມງານສຸຂະສຶກສາສົມທົບກັບທີມງານສຸຂະສຶກສາ ແລະ ຫ້ອງການສາທາລະນະສຸກ 9 ຕົວເມືອງ ລົງໄປໃຫ້ສຸຂະສຶກສາແກ່ຜູ້ປະກອບການຮ້ານອາຫານ ແລະ ຮ້ານຂາຍອາຫານສຸກ, ໂດຍເນັ້ນໃຫ້ເອົາໃຈໃສ່ການປຸງແຕ່ງອາຫານໃຫ້ສະອາດ ແລະ ປອດໄພ, ພ້ອມນັ້ນຍັງມີທີມງານອາຫານປອດໄພລົງຕິດຕາມຄວາມສະອາດຂອງອາຫານຕາມຮ້ານຕ່າງໆເຊັ່ນກັນ. ນອກຈາກພະຍາດຖອກທ້ອງທີ່ຕ້ອງເອົາໃຈໃສ່ປ້ອງກັນແລ້ວ, ຍັງມີອີກພະຍາດອື່ນທີ່ຕ້ອງເອົາໃຈໃສ່ປ້ອງກັນຕື່ມອີກ ຄື: ພະຍາດຄວາມດັນເລືອດສູງ ແລະ ພະຍາດວິນຫົວ, ໂດຍໃຫ້ຢູ່ບ່ອນທີ່ບໍ່ແອອັດ ແລະ ອາກາດຖ່າຍເທປອດໂປ່ງດີ, ພ້ອມທັງປະຕິບັດຕາມຫລັກອະນາໄມ 3 ສະອາດ ຄື: ກິນສະອາດ ປຸງແຕ່ງສະອາດ ແລະ ບໍລິໂພກອາຫານສະອາດ ຈຶ່ງຈະເຮັດໃຫ້ເຮົາສາມາດຫລີກລ່ຽງຈາກພະຍາດລະດູຮ້ອນໄດ້.

