ສື່ ສປປ ເກົາຫລີ ຢືນຢັນ ຜູ້ນຳຈະໄປປະຊຸມ ສຸດຍອດຢູ່ຣັດເຊຍຄັ້ງທຳອິດໃນມໍ່ໆນີ້

ສຳນັກຂ່າວ KCNA ຂອງທາງການ ສປປ ເກົາຫລີ ລາຍງານໃນວັນທີ 23 ເມສານີ້ວ່າ: ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ເກົາຫລີ ຈະເດີນທາງຢ້ຽມຢາມຣັດເຊຍ ເພື່ອເຂົ້າຮ່ວມປະຊຸມສຸດຍອດກັບປະທານາທິບໍດີ ວະລາດິເມຍ ປູຕິນ ເປັນຄັ້ງທຳອິດໃນມໍ່ໆນີ້ ເຊິ່ງເທົ່າກັບເປັນການຢືນຢັນຕາມຖະແຫລງການຂອງຣັດເຊຍກ່ອນໜ້ານີ້.
KCNA ລາຍງານວ່າ: ທ່ານ ກິມ ຈ໋ອງອຸນ ຈະໄປຢ້ຽມຢາມຣັດເຊຍຕາມການເຊື້ອເຊີນຂອງປະທານາທິບໍດີ ປູຕິນ ແລະ ຫາລືກັນ ໂດຍບໍ່ໄດ້ລະບຸວ່າຈະພົບກັນຢູ່ບ່ອນໃດ ແລະ ເມື່ອໃດ. ທຳນຽບເກຣມລິນຂອງຣັດເຊຍ ຖະແຫລງໃນອາທິດຜ່ານມາວ່າ: ຜູ້ນຳທັງສອງຈະພົບກັນຢູ່ຣັດເຊຍໃນທ້າຍເດືອນເມສານີ້ ແລະ ບໍ່ໄດ້ເປີດເຜີຍລາຍລະອຽດເພີ່ມອີກ, ຄາດກັນວ່າທັງສອງຈະພົບກັນຢູ່ເມືອງວະລາດິວອສຕອກ ວັນທີ 24 ຫລື 25 ເມສານີ້.
ຄັ້ງນີ້ຈະຖືເປັນກອງປະຊຸມສຸດຍອດຄັ້ງທຳອິດ ລະຫວ່າງຜູ້ນຳ ສປປ ເກົາຫລີ ກັບ ຣັດເຊຍ ນັບແຕ່ທ່ານ ກິມ ຈ໋ອງອຸນ ບິດາຜູ້ນຳ ສປປ ເກົາຫລີ ຄົນປັດຈຸບັນໄດ້ພົບກັບທ່ານ ດີມີຕຣີ ເມດເວເດຟ ຜູ້ນຳຣັດເຊຍເມື່ອ 8 ປີກ່ອນ. ຣັດເຊຍມີການພົວພັນທີ່ອົບອຸ່ນກັບ ສປປ ເກົາຫລີ ມາຕະຫລອດ ແລະ ຍັງຈັດສັນການຊ່ວຍເຫລືອດ້ານອາຫານ. ປະທານາທິບໍດີ ປູຕິນ ກ່າວຕະຫລອດວ່າ: ທ່ານພ້ອມຈະພົບປະຫາລືກັບຜູ້ນຳລັດຖະບານ ສປປ ເກົາຫລີ.

