ສະຫລອງປີໃໝ່ລາວມີຜູ້ໄດ້ບຸນໄດ້ບາບ

ໂດຍ: ທິດກ່ຳ
ງານສະຫລອງສົ່ງທ້າຍປີເກົ່າ ພສ 2561 ຕ້ອນຮັບປີໃໝ່ ພສ 2562 ໄດ້ສຳເລັດເສັດສິ້ນລົງດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ທັງມີຜູ້ຕາຍຜູ້ຍັງ. ຕາມທິດກ່ຳວ່າ ຜ່ານການສະເຫລີມສະຫລອງໃນປີນີ້ມີທັງຜູ້ໄດ້ບຸນ ແລະ ໄດ້ບາບ.
ເປັນຫຍັງຈຶ່ງວ່າແນວນັ້ນ? ຍ້ອນວ່າໃນໄລຍະເທສະການດັ່ງກ່າວມີຫລາຍເຂດແຂວງຫລາຍທ້ອງຖິ່ນ, ຫລາຍຄອບຄົວ ແລະ ນັບທັງບຸກຄົນ ໄດ້ມີກິດຈະກຳຂອງຕົນທີ່ຫລາກຫລາຍຍິ່ງໃຫຍ່ສົມຄວນ, ແຕ່ທີ່ສຳຄັນກໍແມ່ນໄດ້ເຮັດບຸນສິນກິນທານຕາມຮີດຄອງປະເພນີ, ຜູ້ມີເງື່ອນໄຂກໍໄດ້ໄປທ່ອງທ່ຽວຕ່າງປະເທດ, ຜູ້ຢູ່ຕ່າງປະເທດ ກໍໄດ້ກັບຄືນບ້ານເກີດເມືອງນອນເພື່ອອວຍພອນພໍ່ແມ່, ຜູ້ເຖົ້າຜູ້ແກ່, ຜູ້ມີບຸນຄຸນຕໍ່ບ້ານເມືອງ ແລະ ໂດດເດັ່ນກໍແມ່ນໄດ້ຮ່ວມກັນຕັກບາດຢາດນ້ຳ, ໄດ້ຫົດສົງພະຕາມວັດວາອາຮາມ, ໄດ້ບາສີສູ່ຂວັນ, ສົມໝັດສົມມາພໍ່ແມ່ຜູ້ໃຫ້ກຳເນີດ, ຜູ້ມີບຸນຄຸນ ນັ້ນຖືວ່າເປັນສິ່ງສຸດຍອດທີ່ຕົນປາຖະໜາ ແລະ ສິ່ງພິເສດອີກອັນໜຶ່ງກໍແມ່ນຄວາມປອດໄພບໍ່ມີເຫດຮ້າຍອັນໃດເກີດຂຶ້ນແກ່ຕົນເອງ, ຄອບຄົວ, ບ້ານເມືອງ ກໍຖືວ່າເປັນສິ່ງຍອດຍິ່ງລ້ຳເລີດ ແລະ ທັງໝົດທີ່ໄດ້ກ່າວມານີ້ເຂົາເອີ້ນວ່າໄດ້ບຸນ.
ແຕ່ກົງກັນຂ້າມໄປຄຽງຄູ່ກັນນັ້ນ ກໍຍັງມີຫລາຍທ້ອງຖິ່ນ, ຫລາຍບ້ານ ແລະ ຫລາຍຄົນໄດ້ບາບເຊັ່ນ: ຖືກໄຟໄໝ້ບ້ານ, ໄຟໄໝ້ຕະຫລາດ, ໄໝ້ເຮືອນ, ໄໝ້ກຸຕິວິຫານ, ບາງຄົນກໍເສຍຊີວິດຍ້ອນອຸປະຕິເຫດ, ດື່ມເຫລົ້າເມົາເກີນເຫດ, ບາງຄົນກໍເສຍຊີວິດຍິງກັນຕາຍຂ້າກັນຕາຍ, ມີຜູ້ເຈັບຜູ້ເປັນສາລະພັດຢ່າງ ດັ່ງທີ່ໄດ້ເຫັນໃນແຫລ່ງສື່ຕ່າງໆ.
ທັງໝົດທີ່ກ່າວມານີ້ເຂົາເອີ້ນວ່າພາກັນໄດ້ບາບ, ເມື່ອຕັ້ງໂຈດກັນວ່າເປັນຫຍັງ ຈຶ່ງເປັນຄືແນວນັ້ນ? ຄຳຕອບໂຈດມັນກໍມີປັດໄຈຫລາຍຢ່າງນັບທັງສິ່ງນອກຕົວໃນຕົວ, ທັງຈິດຕະສາດ, ໃສຍາສາດ ແລະ ວິທະຍາສາດ. ຖ້າເວົ້າເຖິງຄວາມເຊື່ອທີ່ເຄີຍມີມາແຕ່ດຶກດຳບັນກໍຄືມີເຄາະເຂັນເວນຮ້າຍ, ເຄາະປີເຄາະເດືອນ, ເຄາະມື້ເຄາະວັນ, ເຄາະ ແປວ່າສິ່ງທີ່ບໍ່ດີໄດ້ກັບເກີດແກ່ຕົນເອງ, ບ້ານເມືອງຕາມກົດເກນແຫ່ງຄວາມເຊື່ອຕາມຕຳລາໃສຍາສາດ, ໂຫຣາສາດ ໃນສິ່ງທີ່ເບິ່ງບໍ່ເຫັນຕົນເຫັນໂຕເອີ້ນວ່າເຄາະກຳຕາມຕົວທີ່ໂຫດຮ້າຍປ່າເຖື່ອນສາລະພັດຢ່າງ.
ຕາມຫລັກຂອງພຸດທະປັດຊະຍາເພິ່ນເອີ້ນວ່າເຫດຜົນຕົ້ນກຳແຫ່ງຊີວິດຄືກຳດີ ກຳຊົ່ວ ລ້ວນແລ້ວແຕ່ເກີດມາຈາກແນວຄິດ ແລະ ການກະທຳຂອງເຮົາເອງທີ່ຂາດສະຕິສຳປະຊັນຍະ, ເກີດຈາກຄວາມໂກດ, ຄວາມໂລບຄວາມຫລົງ ອັນເປັນປັດໄຈ ແລະ ເງື່ອນໄຂພາໃຫ້ເກີດພືດຕິກຳຂອງຊີວິດໃນວັດຕະສົງສານ.
ສະຫລຸບແລ້ວ, ກຳດີກຳຊົ່ວ ບຸນກັບບາບ ນັ້ນມັນຂຶ້ນກັບແນວຄິດ ແລະ ການກະທຳຂອງເຮົາເປັນຫລັກ, ຄິດດີກໍທຳດີ, ຄິດຊົ່ວກໍທຳຊົ່ວ, ອັນເປັນຄູ່ກຳຫລື ຄູ່ມາດຕະເກນຂອງມັນ.
ບັນດາປາກົດການ ແລະ ສິ່ງທີ່ໄດ້ຍົກມາຂ້າງເທິງນີ້ ແມ່ນເຫດ ແລະ ຜົນຂອງການກະທຳຄົນເຮົາທີ່ມີຢູ່ໃນສັງຄົມ, ໂດຍສະເພາະແມ່ນມີຢູ່ໃນແວດວົງການສະຫລອງສົ່ງທ້າຍປີເກົ່າ 2561 ແລະ ຕ້ອນຮັບປີໃໝ່ 2562 ອັນເປັນປີ ຈໍ ຕໍ່ກຸນ ຕາມຕຳລາທີ່ໄດ້ກ່າວໄວ້ໃນຄຳພີ ແລະ ກົດເກນຂອງສັງຄົມທີ່ນັບມື້ມີການປ່ຽນແປງໄປ.
ແນວໃດກໍດີ, ຕາມທິດກ່ຳວ່າເພື່ອກ້າວເດີນໄປຂ້າງໜ້າຂອງຊີວິດອາດີດມັນກໍຄືອາດີດ, ອາດີດ ທີ່ຜ່ານພົ້ນໄປໃນປີເກົ່າມັນເປັນສິ່ງທີ່ບໍ່ສາມາດປ່ຽນແປງໄດ້ນັ້ນ ກໍຄືອະນາຄົດຕ້ອງເກີດມີຈິດສຳນຶກ, ມີສະຕິສຳປະຊັນຍະແລ້ວຈະກໍ່ໃຫ້ເກີດປັນຍານັ້ນຄືເສັ້ນທາງໄປຫາເປົ້າໝາຍ, ຄືບຸນກັບບາບ ເພາະທຸກສິ່ງຢ່າງມັນຂຶ້ນກັບການກະທຳຂອງເຮົາເອງທັງນັ້ນ.

