ຜູ້ບໍລິຫານ ບາເຊໂລນາ ກາລັນຕີແລ້ວ ເລື່ອງອະນາຄົດ ຄູຕິນໂຢ

ໂຈເຊບ ມາເຣຍ ບາໂຕເມວ ຜູ້ບໍລິຫານໃຫຍ່ ບາເຊໂລນາ ຍອດສະໂມສອນບານເຕະໃນ ລາ ລີກາ ສະເປນ ຢືນຢັນວ່າ: ຟິລິບເປ້ ຄູຕິນໂຢ ກອງກາງຕົວບຸກຊາວບຣາຊິນ ຈະບໍ່ຍ້າຍອອກຈາກຖິ່ນ ຄຳນູ ໃນຊ່ວງໜ້າຮ້ອນນີ້ຢ່າງແນ່ນອນ ເຖິງວ່ານັກເຕະກຳລັງມີຂ່າວກ່ຽວກັບ ແມນເຊັສເຕີ ຢູໄນເຕັດ ແລະ ເຊລຊີ ສອງສະໂມສອນຍັກໃຫຍ່ ພຣີເມຍລີກ ອັງກິດ ກໍຕາມ.
ຄູຕິນໂຢ ຍ້າຍຈາກ ລິເວີພູລ ມາຮ່ວມທັບ ບາຊາ ດ້ວຍຄ່າຕົວສູງເຖິງ 142 ລ້ານປອນ ໃນເດືອນມັງກອນປີກ່ອນ ແຕ່ພັດສ້າງຜົນງານໄດ້ຕໍ່າກວ່າທີ່ຄາດຫວັງ ເຮັດໃຫ້ມີກະແສຂ່າວວ່າລາວຈະຫວນກັບໄປຫລິ້ນໃນ ພຣີເມຍລີກ ອີກຄັ້ງ.
ເຖິງຢ່າງໃດກໍຕາມ, ຫລ້າສຸດ ບາໂຕເມວ ລະບຸຈະແຈ້ງວ່າ: ດາວເຕະທີມຊາດບຣາຊິນໄວ 26 ປີ ຍັງຢູ່ໃນແຜນການສ້າງທີມຂອງຜູ້ຈັດການທີມ ບັລເບເດ້ ແຕ່ອາດຈະຍ້າຍອອກຈາກທີມໄດ້ ຖ້າມີສະໂມສອນໃດກ້າທຸ້ມຊື້ຕາມຄ່າຈີກສັນຍາ ເຊິ່ງເຊື່ອກັນວ່າ ອາດຈະຢູ່ປະມານ 355 ລ້ານປອນ.
ພ້ອມກັນນັ້ນ ບາໂຕເມວ ຍັງປະຕິເສດກະແສຂ່າວລືທີ່ວ່າ: ບາຊາ ມີແຜນຈະດຶງ ເນຍມາ ດາວຍິງຊຸບເປີສະຕາຊາວບຣາຊິນ ກັບມາຈາກ ປາຣີ ແຊງແຊກແມງ ພ້ອມຍ້ອງ ອຸສມານ ເດມເບເລ່ ປີກດາວຮຸ່ງຊາວຝຣັ່ງ ຕອນນີ້ເກັ່ງກວ່າ ເນມາ ອີກ.

