ສປປ ເກົາຫລີ ຮຽກປະຊຸມດ່ວນ ຍ້ອນສະພາບການເຄັ່ງຕຶງ

ອີງຕາມຂ່າວສູນກາງ ສປປ ເກົາຫລີ KCNA ໃຫ້ຮູ້ວ່າ: ສປປ ເກົາຫລີ ຈະຈັດໃຫ້ມີກອງປະຊຸມໃຫຍ່ໃນວັນທີ 10/4 ນີ້, ພາຍຫລັງປະທານ ກິມ ຈ໋ອງອຸນ ຫາກໍຈັດຕັ້ງກອງປະຊຸມສູນກາງ ເພື່ອຄົ້ນຄວ້າຫາບາດກ້າວເດີນຕໍ່ໄປໃນສະພາບການມີຄວາມ “ເຄັ່ງຕຶງ”.
ກອງປະຊຸມໃຫຍ່ຂອງ ສປປ ເກົາຫລີ ມີຂຶ້ນພາຍຫລັງກອງປະຊຸມສຸດຍອດລະຫວ່າງທ່ານ ກິມ ແລະ ປະທານາທິບໍດີ ໂດນັລ ທຣຳ ທີ່ຮ່າໂນ້ຍ ແຕ່ບໍ່ສາມາດຕົກລົງບັນຫານຳກັນໄດ້ ກ່ຽວກັບອາວຸດນິວເຄຼຍ ກໍຄືການປິດລ້ອມຂອງສາກົນຕໍ່ ສປປ ເກົາຫລີ.
ສຳນັກຂ່າວ KCNA ໃຫ້ຮູ້ວ່າ: ສະມາຊິກສະພາ ສປປ ເກົາຫລີ ຈະປະຊຸມກັນ ເພື່ອຄົ້ນຄວ້າຕັດສິນທິດທາງໃໝ່ໃນການຕໍ່ສູ້ທີ່ເໝາະສົມກັບສະພາບການທີ່ມີການປ່ຽນແປງຢ່າງໄວວາໃນປັດຈຸບັນ.
ກອງປະຊຸມຂອງກົມການເມືອງສູນກາງພັກແຮງງານ ສປປ ເກົາຫລີ ມີຂຶ້ນໃນວັນທີ 9/4, ທ່ານປະທານ ກິມ ຈ໋ອງອຸນ ເວົ້າກັບບັນດາການນຳວ່າ: ພວກເຮົາຕ້ອງເຮັດວຽກດ້ວຍຄວາມຮັບຜິດຊອບ ເພື່ອປະຕິບັດຍຸດທະສາດຂອງຕົນ ໃນຂະນະທີ່ສາກົນສ້າງຄວາມກົດດັນມາຈາກຫລາຍທິດກໍ່ກັບ ສປປ ເກົາຫລີ.
“ປະທານປະເທດ ສປປ ເກົາຫລີ ຮຽກຮ້ອງໃຫ້ພະນັກງານການນຳ ຈົ່ງໄດ້ສະແດງຄວາມຮັບຜິດຊອບສູງ ແລະ ມີຫົວຄິດປະດິດສ້າງ ກໍຄືນ້ຳໃຈປະຕິວັດເປັນເຈົ້າຕົນເອງ ແລະ ຕັດສິນໃຈດ້ວຍການກະທຳຂອງນັກປະຕິວັດ ແລະ ສ້າງສາພັດທະນາປະເທດຊາດໃນສະພາບມີຄວາມເຄັ່ງຕຶງ ແລະ ປະຕິບັດຕາມທິດທາງຍຸດທະສາດໃໝ່ຂອງພັກ.
ຢູ່ໃນກອງປະຊຸມໜຶ່ງຂອງປີກາຍນີ້, ທ່ານ ກິມ ໄດ້ປະກາດວ່າ: “ທິດທາງຍຸດທະສາດໃໝ່” ແມ່ນການສຸມໃສ່ພັດທະນາເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ສປປ ເກົາຫລີ ໄປພ້ອມໆກັບການພັດທະນາເສດຖະກິດກໍຕ້ອງພັດທະນາອາວຸດນິວເຄຼຍໄປພ້ອມໃຫ້ຄືກັນກັບກ່ອນໜ້ານີ້.
ເຖິງວ່າມາດຕະການປິດລ້ອມຂອງສາກົນຈະບໍ່ຖືກໂຍະຍານຈາກກອງປະຊຸມສຸດຍອດທີ່ຮ່າໂນ້ຍກໍຕາມ, ທ່ານ ກິມ ຢືນຢັນວ່າ: ເສດຖະກິດຂອງເກົາຫລີຍັງສືບຕໍ່ຂະຫຍາຍຕົວຢູ່. ບັນດາສຳນັກສື່ຂອງເກົາຫລີໄດ້ເອົາຮູບພາບ ແລະ ບົດຂຽນຂອງທ່ານປະທານ ກິມ ຂຽນພາຍຫລັງເພິ່ນໄປຢ້ຽມຢາມພື້ນຖານເສດຖະກິດ 4 ແຫ່ງພາຍໃນ 5 ວັນນັ້ນລົງເຜີຍແຜ່.
ກອງປະຊຸມໄດ້ມີຂຶ້ນໃນໄລຍະທີ່ປະທານາທິບໍດີ ສ.ເກົາຫລີ ມຸນ ແຈອິນ ໄປຢ້ຽມຢາມ Washington ເພື່ອພົບປະກັບປະທານາທິບໍດີ ທຣຳ ແນໃສ່ຊຸກຍູ້ໃຫ້ມີການພົບປະລະຫວ່າງເກົາຫລີ ແລະ ອາເມລິກາ ຕື່ມອີກ.
# ລູກເມືອງພວນ, ຕາມຂ່າວ vnexpress.net, 10/4

