ເຟເດີເຣີ ຊະນະ ເມດເວເດຟ ຜ່ານເຂົ້າຮອບ 8 ຄົນ ສ່ວນ ອິສເນີ ຜ່ານຮອບຮອງ ເທັນນິສໄມອາມີ່ ໂອເພັນ

ຜົນການແຂ່ງຂັນເທັນນິສເອທີພີ ທົວ 1000 ລາຍການ ໄມອາມີ່ ໂອເພັນ 2019 ຊີງເງິນລາງວັນ 9.314.875 ໂດລາສະຫະລັດ ຢູ່ເມືອງໄມອາມີ່ ລັດຟໍຣິດາ ສະຫະລັດອາເມລິກາ ໃນຄືນວັນທີ 27 ມີນານີ້ ຕາມເວລາຢູ່ລາວ ເປັນການແຂ່ງຂັນປະເພດຊາຍດ່ຽວ ຮອບສີ່ ແລະ ຮອບກ່ອນຮອງຊະນະເລີດ.
ປະເພດຊາຍດ່ຽວ ຮອບສີ່: ໂຣເຈີ ເຟເດເຣີ (ມື 4, ສະວິດ) ຊະນະ ດານຽວ ເມດເວເດຟ (ມື 13, ຣັດເຊຍ) 2-0 ເຊັດ 6-4, 6-2 ເຟເດີເຣີ ຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ ໄປພົບກັບ ເຄວິນ ແອນເດິສັນ (ມື 6, ອາຟຣິກາໃຕ້).
ສ່ວນປະເພດຊາຍດ່ຽວ ຮອບກ່ອນຮອງຊະນະເລີດ: ຈອນ ອິສເນີ (ມື 7, ອາເມລິກາ) ຊະນະ ໂຣແບໂຕ ເບົາຕິສຕາ ອາກຸດ (ມື 22, ສະເປນ) 2-0 ເຊັດ 7-6(7-1), 7-6(7-5). ເຟລິກ ອູເກີ-ອາເລຍເຊມ (ການາດາ) ຊະນະ ບໍນ່າ ໂຄຣິດ (ໂຄຣເອເຊຍ, ມື 11) 2-0 ເຊັດ 7-6(7-3), 6-2.

