ມາດຣິດ ຄວ້ານັກເຕະຄົນທຳອິດຍຸກໃໝ່ ຊີດານ

ຣີລ ມາດຣິດ ໄດ້ນັກເຕະຄົນໃໝ່ເຂົ້າມາເສີມທັບໃນຍຸກ ຊີເນດິນ ຊີດານ ຫວນຄືນແລ້ວ ຫລັງປະກາດເຊັນສັນຍາກັບກອງຫລັງດາວຮຸ່ງບຣາຊິນ ດ້ວຍຄ່າຕົວປະມານ 50 ລ້ານເອີໂຣ.
ຣີລ ມາດຣິດ ຍັກໃຫຍ່ແຫ່ງ ລາລີກາ ສະເປນ ປະກາດຢືນຢັນວ່າ ສະໂມສອນຕົກລົງເຊັນສັນຍາຄວ້າ ເອແດ ມິລິເຕົາ ເຊັນເຕີແບັກດາວຮຸ່ງຄົນເກັ່ງຂອງ ເອັຟຊີ ປໍຣໂຕ້ ມາເຂົ້າຖິ່ນ ຊານຕິອາໂກ້ ເບນາເບວ ຮຽບຮ້ອຍແລ້ວ ໂດຍຈະຍ້າຍມາຮ່ວມທັບຢ່າງເປັນທາງການໃນລະດູຮ້ອນນີ້.
ຣີລ ມາດຣິດ ຖະແຫລງວ່າ: ຣີລ ມາດຣິດ ແລະ ປໍຣໂຕ້ ຕົກລົງເລື່ອງຊື້ຂາຍ ເອແດ ມິລິເຕົາ ແລ້ວ, ລາວຈະຍ້າຍມາຢູ່ກັບສະໂມສອນເປັນເວລາ 6 ລະດູການ ໂດຍສັນຍາມີຜົນຈົນເຖິງວັນທີ 30 ມິຖຸນາ 2025.
ກ່ອນໜ້ານີ້ ປາການຫລັງຊາວບຣາຊິນ ໄວ 21 ປີ ເຄີຍຕົກເປັນເປົ້າໝາຍຂອງ ແມນເຊັສເຕີ ຢູໄນເຕັດ ແລະ ລິເວີພູລ ຫລັງສ້າງຜົນງານໄດ້ໂດດເດັ່ນກັບຕົ້ນສັງກັດ ກ່ອນ ຣີລ ມາດຣິດ ຈະໄດ້ລາຍເຊັນມາຄອບຄອງ. ຂະນະທີ່ ຄ່າຕົວຄາດວ່າຈະຢູ່ປະມານ 50 ລ້ານເອີໂຣ.
ທັງນີ້ ມິລິເຕົາ ຖືເປັນນັກເຕະຄົນທຳອິດທີ່ ຣີລ ມາດຣິດ ດຶງມາເສີມທັບໃນຍຸກທີ່ ຊີເນດິນ ຊີດານ ຜູ້ຈັດການທີມຊາວຝຣັ່ງ ຫວນກັບມາຄຸມທີມຮອບ 2.

