500 ລ້ານເອີໂຣ ! ມູນຄ່າຈີນສັນຍາ ຈໍດີ້ ອາວບ້າ ຫລັງຕໍ່ສັນຍາສະບັບໃໝ່ກັບ ບາຊາ ເຖິງປີ 2024

     ຈໍດີ້ ອາວບ້າ ກອງຫລັງ ຟາກຊ້າຍຂອງສະໂມສອນ ບາເຊໂລນາ ແລະ ທີມຊາດ ສະເປນ ໄວ 29 ປີ ຕົກລົງຂະ ຫຍາຍສັນຍາສະບັບໃໝ່ກັບ ຕົ້ນສັງກັດ ໄປຈົນເຖິງປີ 2024 ໂດຍມີມູນຄ່າຈີກສັນ ຍາສູງເຖິງ 500 ລ້ານເອີໂຣ.

ອາວບ້າ ຍ້າຍຈາກ ບາ ເລນເຊຍ ມາຢູ່ກັບ ບາຊາ ໃນ ລະດູການ 2012-13 ດ້ວຍ ຄ່າໂຕ 14 ລ້ານເອີໂຣ ລົງສະ ໜາມຊ່ວຍທີມ 284 ນັດ ຍິງ ໄດ້ 14 ປະຕູ ລວມທຸກລາຍ ການ ພາ ບາຊາ ຄວ້າແຊ້ມ ລາລີກາ 4 ສະໄໝ, ໂກປາ ເດວເຣ 4 ສະໄໝ, ສະແປນ ນິສຊຸບເປີຄັບ 3 ສະໄໝ, ແຊ້ມ ສະໂມສອນໂລກ 1 ສະໄໝ ແລະ ຢູຟາ ແຊມປ້ຽນລີກ 1 ສະໄໝ. ໃນນາມທີມຊາດສະ ເປນ ຈໍດີ້ ອາວບ້າ ລົງສະ ໜາມຮັບໃຊ້ຊາດ 67 ນັດ ຍິງ ໄດ້ 8 ປະຕິ ໄດ້ແຊ້ມຢູໂຣ 2012, ຮອງແຊ້ມ FIFA Confederation Cup 2013.