ລະວັງຖືກຄ້ອນຕະບອງເພັດທີ່ໄຮ້ທຽມທານ

ໂດຍ: ທິດກ່ຳ
ໃນວັນທີ 22 ກຸມພາຜ່ານມານີ້, ຄະນະຈັດຕັ້ງສູນກາງພັກໄດ້ອອກແຈ້ງ ການສະບັບເລກທີ 48/ຄຈສພ ກ່ຽວເລື່ອງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງທີ່ໄດ້ປະຕິບັດໜ້າທີ່ຢູ່ແຂວງວຽງຈັນ 7 ສະຫາຍ, ໃນນີ້ກໍມີທັງລະດັບຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ເປັນເລຂາພັກເມືອງ ແລະ ເປັນຫົວໜ້າພະແນກທີ່ກ່ຽວຂ້ອງ, ເຊິ່ງໄດ້ພົວພັນເຖິງເຄືອຂ່າຍການກະທຳຜິດ.
ໃນແຈ້ງການສະບັບດັ່ງກ່າວ, ກໍບໍ່ໄດ້ລະບຸແຈ້ງເຖິງກະໂທງຂອງຄວາມທຳຜິດ, ຜົນເສຍຫາຍໜ້ອຍຫລາຍຢ່າງລະອຽດຈະແຈ້ງ ພຽງແຕ່ບອກໜ້າທີ່ຕຳແໜ່ງ ແລະ ບ່ອນສັງກັດຂອງແຕ່ລະບຸກຄົນເທົ່ານັ້ນ.
ແນວໃດກໍດີ, ຕາມເຮົາຄິດ ການປະກາດລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງໃນຄັ້ງນີ້ຈະໜັກ ຫລື ເບົາ, ຈະໜ້ອຍ ຫລື ຫລາຍສ່ຳໃດນັ້ນ ມັນກໍຂຶ້ນກັບການກະທຳ ແລະ ຜົນສະທ້ອນຕໍ່ລະບຽບພັກ ແລະ ກົດໝາຍຂອງລັດ.
ແຕ່ອັນສຳຄັນມັນກໍສະແດງໃຫ້ເຫັນເຖິງຄວາມເດັດຂາດຂອງພັກ, ເປັນບົດຮຽນອັນປະເສີດທີ່ສອນໃຫ້ພະນັກງານສະມາຊິກພັກຜູ້ຕໍ່ໆໄປຈະຕ້ອງພ້ອມກັນຄິດ ແລະ ຖືເອົາເປັນບົດຮຽນ, ທັງຄຳນຶງເຖິງຖານະບົດບາດຂອງຕົນເອງຕໍ່ພັກ ແລະ ຕໍ່ປະຊາຊົນ ກໍຄືຕໍ່ພາລະ ກິດຂອງຊາດ, ການລົງວິໄນປະກາດອອກຕໍ່ສັງຄົມມັນປຽບເໝືອນໄມ້ຄ້ອນຕະບອງເພັດທີ່ມີຄວາມສັກສິດ, ກົກຊີ້ຕາຍປາຍຊີ້ເປັນ.
ຖ້າຈະກ່າວຄວາມຜິດຂອງບັນດາທ່ານເຫລົ່ານີ້ແລ້ວ ມັນກໍບໍ່ມີຫຍັງແປກປະຫລາດ ແລະ ບໍ່ອື່ນໄກ ນອກຈາກພົວພັນເຖິງການສໍ້ລາດບັງຫລວງ, ສໍ້ຫລວງບັງລາດ, ເລື່ອງໂຄງການ, ເລື່ອງເງິນກັບເລື່ອງຊັບສິນ, ດິນດອນຕອນຫຍ້າທີ່ເປັນເຄື່ອຂ່າຍຍສາຍໄຍລາມພະລາມຈົວປານເຈັກຂາຍລວດ.
ເວົ້າເຖິງການລົງວິໄນຂອງພະນັກງານ-ສະມາຊິກພັກ ນັບແຕ່ຂັ້ນການນຳ-ນຳພາລົງມາຮອດຂັ້ນລຸ່ມໃນຫລາຍປີຜ່ານມາ ພັກ ແລະ ລັດຖະບານເຮົາ ກໍໄດ້ເຮັດກັນມາຕະຫລອດ, ທັງໃຊ້ມາດຕະການຫລາຍຢ່າງຕໍ່ຜູ້ທີ່ມີການຝ່າຝືນ ແລະ ເຮັດຜິດກັບຂໍ້ກຳນົດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.
ແຕ່ຮູບການ ແລະ ວິທີການເຮັດນັ້ນ ຖືເປັນວຽກພາຍໃນຂອງກົມກອງ ແລະ ບໍ່ໄດ້ປະກາດຕໍ່ໜ້າສັງຄົມຢ່າງກວ້າງຂວາງໃຫ້ຮັບຮູ້, ໝາຍວ່າບໍ່ຢາກເປີດໂປງເລື່ອງພາຍໃນຂອງກົມກອງ, ກຸ່ມຄົນ, ລວມໝູ່ ຫລື ບຸກຄົນ ເພາະຢ້ານເສຍກຽດສັກສີຕໍ່ໜ້າສັງຄົມ, ຖືວ່າຍັງອົດໃຈປານິປານອມກັນຢ່າງມີສັນຕິວິທີ.
ແຕ່ກໍປາກົດວ່າ, ຜ່ານການຈັດຕັ້ງປະຕິບັດດ້ວຍຮູບການ ແລະ ວິທີການເຫລົ່ານັ້ນ, ເຫັນວ່າຜົນໄດ້ຮັບຂ້ອນຂ້າງມີໜ້ອຍທັງບໍ່ມີຜົນສັກສິດ, ອັນສຳຄັນແມ່ນບໍ່ມີໃຜຮູ້, ຜູ້ກະທຳຜິດຍັງບໍ່ເຂັດຫລາບຢ້ານກົວ ແລະ ຍິ່ງໄປກວ່ານັ້ນ, ຍິ່ງເຮັດໃຫ້ສະມາຊິພັກ-ພະນັກງານຈຳນວນບໍ່ໜ້ອຍຍັງສວຍໃຊ້ໜ້າທີ່ ແລະ ຖານະຕຳແໜ່ງຂອງຕົນຫາກິນແບບບໍ່ຊອບທຳ, ເອົາບົດບາດຂອງພັກໄປແອບອ້າງເພື່ອຫາຜົນປະໂຫຍດສ່ວນຕົວ ຈົນເຮັດໃຫ້ພັກຕ້ອງເສຍບົດບາດຂາດຄວາມເຊື່ອໝັ້ນຈາກມະຫາຊົນ ແລະ ປະຊາຊົນບັນດາເຜົ່າ.
ຕົວຢ່າງພະນັກງານ-ສະມາຊິກພັກບາງຄົນບາງສະຫາຍສວຍໂອກາດຫາເລາະຈັບຈ່ອງເອົາດິນລັດດິນຫລວງໄປເປັນກຳມະສິດສ່ວນຕົວແລ້ວກໍຂາຍເອົາເງິນເຂົ້າຖົງຕົນເອງຢ່າງຫລວງຫລາຍພາຍມາກ.
ບາງກົມກອງທ້ອງຖິ່ນ ກໍໃຊ້ວິທີຫັນຊັບເປັນທຶນທີ່ບໍ່ສອດຄ່ອງກັບຫລັກການ ແລະ ແນວທາງ ສວຍໂອກາດໄປແລກປ່ຽນ ຫລື ຂາຍໃຫ້ນັກທຸລະກິດເອົາເງິນເຂົ້າຖົງຂອງຕົນເອງ ແລະ ພວກພ້ອງ ເຮັດໃຫ້ລັດຕ້ອງເສຍຊັບສິນ ແລະ ເສຍຜົນປະໂຫຍດຢ່າງມະຫາສານ.
ເຖິງຢ່າງໃດກໍດີ, ຕາມທິດກ່ຳວ່າໃນຂັ້ນຕໍ່ໄປນີ້ ຖ້າຫາກຍັງມີພະນັກງານຄົນໃດ, ສະມາຊິກພັກສະຫາຍໃດຫາກເຮັດບໍ່ເຂົ້າຮ່ອມ ຫລື ຍັງຝ່າຝືນບໍ່ຢ້ານກົວຕໍ່ຂໍ້ກຳນົດກົດລະບຽບ ຫລື ກົດໝາຍບ້ານເມືອງແລ້ວ ຜູ້ນັ້ນກໍຈະຖືກໄມ້ຄ້ອນຕະບອງເພັດທີ່ໄຮ້ທຽມທານເປັນມາດຕະການລົງໂທດ ທັງປະກາດອອກຕາມສື່ອອນລາຍກະຈາຍໄປທົ່ວສັງຄົມ ດັ່ງທ່ານຮອງນາຍົກ ບຸນທອງ ຈິດມະນີ ວ່າແທ້ນາ.


