ຍີ່ປຸ່ນໃຫ້ການຊ່ວຍເຫລືອໂຄງການຄ້ຳປະກັນສະບຽງອາຫານ ຕິດພັນກັບການເຮັດກະສິກຳ ແລະ ບໍລິຫານຊັບພະຍາກອນທຳມະຊາດ


ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອລ້າ
ທີ່ມີມູນຄ່າ 223.114 ໂດລາສະຫະລັດ ເພື່ອຊ່ວຍເຫລືອໂຄງການຄ້ຳປະກັນສະບຽງອາຫານຕິດພັນກັບການເຮັດກະສິກຳ
ແລະ ບໍລິຫານຊັບພະຍາກອນທຳມະຊາດແກ່ ສປປ ລາວ ເປັນໄລຍະ 3 ປີ ເຊິ່ງພິທີເຊັນສັນຍາໂຄງການຊ່ວຍເຫລືອລ້າດັ່ງກ່າວໄດ້ຈັດຂຶ້ນໃນວັນທີ
5 ມີນານີ້ ທີ່ນະຄອນຫລວງວຽງຈັນ ລະຫວ່າງ ພະນະທ່ານ ທາເຄຊິ ຣິຄິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ
ສປປ ລາວ ແລະ ທ່ານ ເຄນອິຈິໂຣະ ອີວາຕະ ຫົວໜ້າອົງການສູນອາສາສະໝັກສາກົນຍີ່ປຸ່ນ
(JVC) ໂດຍມີທ່ານນາງ ແຂກທອນ ໂຈມມະນີວົງ ຮອງຫົວໜ້າພະແນກຮ່ວມມືສາກົນ ກະຊວງກະສິກຳ
ແລະ ປ່າໄມ້ ແລະ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງສະຫວັນນະເຂດ
ເຂົ້າຮ່ວມນຳດ້ວຍ.

ໂຄງການຄ້ຳປະກັນສະບຽງອາຫານຕິດພັນກັບການເຮັດກະສິກຳ ແລະ ບໍລິຫານຊັບພະຍາກອນທຳມະຊາດທີ່ແຂວງສະຫວັນນະເຂດ ມີເປົ້າໝາຍທີ່ຈະຊ່ວຍຍົກລະດັບຊີວິດການເປັນຢູ່ຂອງຊາວນາຜ່ານການຊ່ວຍເຫລືອການເຮັດກະສິກຳຢ່າງມີລະບົບໃນແຕ່ລະບ້ານ ແລະ ສ້າງຕັ້ງລະບົບການບໍລິຫານຊັບພະຍາກອນທຳມະຊາດຢ່າງຍືນຍົງ ໂດຍການສ້າງປ່າຊຸມຊົນ ແລະ ວັງສະຫງວນ ເຊິ່ງຜ່ານການເຫັນດີມາຈາກປຶກສາຫາລືຈາກປະຊາຊົນທ້ອງຖິ່ນ. ໃນປີທີສອງຂອງໂຄງການນີ້ ທາງ JVC ຈະສ້າງວັງສະຫງວນ ແລະ ຈັດການຝຶກອົບຮົມເຕັກນິກການກະສິກຳແບບຕ່າງໆຕາມທີ່ໄດ້ວາງແຜນໄວ້ໃນປີທຳອິດ ແລະ ຈະຈັດການຝຶກອົບຮົມດ້ານກົດໝາຍກ່ຽວກັບການບໍລິຫານຊັບພະຍາກອນທຳມະຊາດ ແລະ ຝຶກອົບຮົມພາກປະຕິບັດ. ພ້ອມນີ້ ທາງ JVC ຈະຊ່ວຍໃຫ້ການບໍລິການເຕັກນິກການກະສິກຳ ແລະ ໂຮງຮຽນຊາວນາຢ່າງສະໝໍ່າສະເໝີ.
ສູນອາສາສະໝັກສາກົນຍີ່ປຸ່ນ (JVC) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1980. JVC ໄດ້ມາເຮັດວຽກທີ່ ສປປ ລາວ ນັບແຕ່ປີ 1989 ໂດຍຈະເປັນວຽກງານກ່ຽວກັບກະສິກຳ ແລະ ການພັດທະນາຊົນນະບົດເຊັ່ນ: ການຮັກສາປ່າໄມ້ ແລະ ກິດຈະກຳດ້ານການກະສິກຳທີ່ແຂວງຄຳມ່ວນ ນັບແຕ່ປີ 1993 ແລະ ໄດ້ມາດຳເນີນງານທີ່ແຂວງສະຫວັນນະເຂດໃນປີ 2008.

