ລາວເປີດໂຕເວັບໄຊປົກປ້ອງຜູ້ຊົມໃຊ້

ໃນວັນທີ 26 ກຸມພານີ້, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເປີດໂຕເວັບໄຊປົກປ້ອງຜູ້ຊົມໃຊ້, ພາຍຫລັງໄດ້ຮັບການສະໜັບສະໜູນ ຈາກລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການ USAID ເພື່ອຊ່ວຍໃຫ້ຜູ້ຊົມໃຊ້ ໄດ້ຮັບການປົກປ້ອງຈາກການປະຕິບັດຢ່າງບໍ່ຍຸຕິທຳ, ໂດຍມີທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ແພດທິກ ບຣາວເວີ ຮອງຜູ້ອຳນວຍການອົງການ USAID ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

OLYMPUS DIGITAL CAMERA
ທ່ານ ແພດທິກ ບຣາວເວີ ກ່າວວ່າ: ເວັບໄຊປົກປ້ອງຜູ້ຊົມໃຊ້ແມ່ນເຄື່ອງມືໃໝ່ ເພື່ອຊ່ວຍສະໜອງຂໍ້ມູນຕະຫຼາຍຊື້ຂາຍສິນຄ້າ ແລະ ການບໍລິການທີ່ມີມາດຕະຖານສູງ, ຊ່ວຍເຮັດໃຫ້ຜູ້ຊົມໃຊ້ຮູ້ຊອກຫາສິ່ງທີ່ຄຸ້ມຄ່າກັບເງິນທີ່ເຂົາເຈົ້າຈ່າຍໄປ ແລະ ຍັງເຮັດໃຫ້ເກີດການແຂ່ງຂັນທີ່ເປັນທຳສຳລັບຜູ້ປະກອບການ ແລະ ນັກທຸລະກິດ ທີ່ສະ ໜອງສິນຄ້າ ແລະ ການບໍລິການໃຫ້ມີຄຸນນະພາບສູງ.
ເວັບໄຊນີ້ແຈ້ງໃຫ້ຜູ້ຊົມໃຊ້ຮັບຮູ້ເຖິງສິດຂອງຕົນ, ມີຂໍ້ມູນກ່ຽວກັບການຊື້ສິນຄ້າ ແລະ ການບໍລິການທີ່ປອດໄພ ແລະ ນຳສະເໜີຊ່ອງທາງຮ້ອງທຸກ ໃຫ້ຜູ້ຊົມໃຊ້ ໃນກໍລະນີຖືກປະຕິບັດຢ່າງບໍ່ຍຸຕິທຳ. ນອກນີ້ ຍັງເປັນຊ່ອງ ທາງສົ່ງຄຳຮ້ອງທຸກ ຫຼື ແຈ້ງກ່ຽວກັບການປະຕິບັດທີ່ບໍ່ເໝາະສົມ ຫຼື ບໍ່ເປັນທຳ ໂດຍຜ່ານສາຍດ່ວນ 1510 ລວມເຖິງວິດີໂອກ່ຽວກັບວຽກງານປົກປ້ອງຜູ້ຊົມໃຊ້ ທີ່ສະໜັບສະໜູນໂດຍ ອົງການ USAID, ທີ່ສະແດງໃຫ້ເຫັນວ່າຜູ້ ຊົມ ໃຊ້ສາມາດປົກປ້ອງໂຕເອງໄດ້.
ລັດຖະບານສະຫະລັດອາເມລິກາ ສະໜັບສະໜູນການສ້າງເວັບໄຊ ໂດຍຜ່ານ ໂຄງການ USAID LUNA II, ເພື່ອຊ່ວຍ ສປປ ລາວ ເຊື່ອມໂຍງເຂົ້າໃນຕະຫຼາດໂລກ ໂດຍສະ ໜັບສະໜູນ ລັດຖະບານ ສປປ ລາວ ໃນການສ້າງ ແລະ ຈັດຕັ້ງປະຕິບັດ ບັນດານະໂຍ ບາຍ ແລະ ລະບຽບການໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ສອດຄ່ອງກັບມາດ ຕະຖານສາກົນ.
ທ່ານສາມາດເຂົ້າເບິ່ງເວັບໄຊໄດ້ທີ່ www.lcp.gov.la.

