ວິກິດການເມືອງເວເນຊູເອລາ ຍັງບໍ່ມີທ່າທີຈະຢຸດ ທ່ານ ມາດູໂຣ ບໍ່ສົນສຽງຮຽກຮ້ອງໃຫ້ລາອອກ

ວິກິດການເມືອງໃນເວເນຊູເອລາຍັງບໍ່ມີທ່າທີວ່າຈະຢຸດຕິ ໂດຍປະທານາທິບໍດີ ນິໂກລັສ ມາດູໂຣ ບໍ່ສົນໃຈຮຽກຮ້ອງໃຫ້ລາອອກ ແລະ ຍັງບໍ່ຍອມໃຫ້ເຄື່ອງຊ່ວຍເຫລືອຈາກຕ່າງປະເທດເຂົ້າມາໃນປະເທດ.
ປະທານາທິບໍດີ ມາດູໂຣ ລະບຸວ່າ: ມາດຕະການຂວ້ຳບາດທາງເສດຖະກິດທີ່ອາເມລິກາປະກາດໃຊ້ຕໍ່ເວເນຊູເອລາ ເປັນເຫດໃຫ້ເກີດການຂາດເຂີນອາຫານ ແລະ ຢາຢ່າງຮຸນແຮງໃນປະເທດ, ພ້ອມກ່າວຫາອາເມລິກາວ່າເຮັດສົງຄາມເສດຖະກິດ ເພື່ອທຳລາຍແນວຄິດສັງຄົມນິຍົມຂອງທ່ານ ແລະ ເຮັດລັດຖະປະຫານ ໂດຍມຸ່ງຫວັງຕັ້ງລັດຖະບານຫຸ່ນເຊີດພາຍໃຕ້ການນຳຂອງທ່ານ ຮວນ ກຸຍໂດ ຜູ້ນຳຝ່າຍຄ້ານ.
ປະທານາທິບໍດີ ມາດູໂຣ ຂໍເຊີນທ່ານ ເອລລຽດ ອາບຣຳ ຜູ້ແທນພິເສດອາເມລິກາ ມາເວເນຊູເອລາ ບໍ່ວ່າແບບເປີດເຜີຍ ຫລື ແບບລັບໆ, ພາຍຫລັງເປີດເຜີຍວ່າ: ເມື່ອມໍ່ໆນີ້, ລັດຖະມົນຕີຕ່າງປະເທດຂອງທ່ານໄດ້ພົບປະແບບລັບໆກັບເຈົ້າໜ້າທີ່ອາເມລິກາ ຢູ່ນະຄອນນິວຢ໋ອກ ແລະ ຍັງໄດ້ສະແດງຄວາມຫວັງຈະພົບປະກັບປະທານາທິບໍດີ ໂດນັລ ທຣຳ ຂອງອາເມລິກາ ໃນມໍ່ໆນີ້ ເພື່ອແກ້ໄຂຄວາມຂັດແຍ່ງເລື່ອງທີ່ອາເມລິກາຮັບຮອງທ່ານ ກຸຍໂດ ເປັນຜູ້ນຳໂດຍຊອບທຳຂອງເວເນຊູເອລາ.
ສ່ວນທ່ານ ກຸຍໂດ ເຊິ່ງປະກາດເປັນຜູ້ນຳສະເພາະກິດຂອງເວເນຊູເອລາ ໄປກ່າວກັບສະມາຊິກສະຫະພາບແຮງງານຈຳນວນຫລາຍ ແລະ ຮຽກຮ້ອງຂໍສຽງສະໜັບສະໜູນ. ທ່ານກ່າວວ່າ: ກຳລັງປະສານງານກັບອົງການລັດອາເມລິກາ ຫລື OAS ເພື່ອຈັດສົ່ງເຄື່ອງຊ່ວຍເຫລືອເຂົ້າມາໃນປະເທດ ລວມທັງການຊ່ວຍເຫລືອມູນຄ່າ 100 ລ້ານໂດລາສະຫະລັດ ຈາກອາເມລິກາ.

