ກອງປະຊຸມຄົບຄະນະພັກເປີດກວ້າງຄັ້ງທີ 7 ສະໄໝທີ II ຂອງກະຊວງການເງິນ

ກະຊວງການເງິນ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານພັກ ເປີດກວ້າງຄັ້ງທີ 7 ສະໄໝທີ II ຂຶ້ນໃນວັນທີ 13 ກຸມພານີ້ ທີ່ກະຊວງດັ່ງກ່າວ, ໂດຍການເປັນປະທານຂອງສະຫາຍ ສົມດີ ດວງດີ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງການເງິນ, ມີບັນດາສະຫາຍ ກຳມະການປະຈຳພັກ, ກຳມະການຄະນະບໍລິຫານພັກ, ເລຂາຄະນະພັກຮາກຖານພາຍໃນກະຊວງ ເຂົ້າຮ່ວມເປັນຈໍານວນຫລາຍ.
ໂອກາດດັ່ງກ່າວ, ສະຫາຍ ສົມດີ ດວງດີ ໄດ້ສະຫລຸບຕີລາຄາ ການຊີ້ນຳ-ນຳພາຮອບດ້ານ ຂອງຄະນະພັກກະຊວງການເງິນ ປີ 2018 ແລະ ທິດທາງວຽກງານຈຸດສຸມປີ 2019, ເຊິ່ງຄະນະບໍລິ ຫານງານກະຊວງການເງິນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະພັກ, ຄະນະນຳ ແຕ່ລະຂັ້ນ ເອົາໃຈໃສ່ ປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດໃນແຕ່ລະດ້ານ.ພ້ອມດຽວກັນນັ້ນ, ຄະນະພັກແຕ່ລະຂັ້ນ ໄດ້ສຸມໃສ່ແກ້ໄຂສະພາບແນວຄິດ ຂອງພະນັກງານຈຳນວນໜຶ່ງທີ່ຂາດຄວາມຮັບຜິດຊອບ, ມີແນວຄິດເຫັນແກ່ຜົນປະໂຫຍດສ່ວນຕົວ, ຂາດຄວາມກະຕືລືລົ້ນ, ສວຍໃຊ້ໜ້າທີ່ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ ໂດຍການນຳໃຊ້ຫລາຍຮູບແບບ, ຫລາຍວິທີ ເປັນຕົ້ນ ໄດ້ຫັນເອົາແນວທາງ, ມະຕິ, ຄຳສັ່ງ, ຂອງພັກ ແລະ ບັນດາກົດໝາຍ, ລະບຽບການທີ່ກ່ຽວຂ້ອງຈັດຕັ້ງເຜີຍແຜ່ ໃຫ້ພະນັກງານ-ລັດຖະກອນ ເປັນປົກກະຕິ ໂດຍຕິດພັນກັບການສຶກສາອົບຮົມ ຢູ່ໃນກອງປະ ຊຸມຮ່ວມຊີວິດການເມືອງ ປະຈຳເດືອນຂອງແຕ່ລະໜ່ວຍພັກ, ກົມກອງ ຜ່ານມາ ແລະ ນຳພາຈັດຕັ້ງປະຕິບັດ, ໄດ້ປັບປຸງການຈັດຕັ້ງ ບັນດາຮາກຖານພັກໃຫ້ສອດຄ່ອງ ກັບການຈັດຕັ້ງຂອງລັດ ຕາມກົດລະບຽບຂອງພັກ ທີ່ໄດ້ກຳນົດໄວ້ ເຊັ່ນ: ໄດ້ສ້າງຕັ້ງໜ່ວຍພັກເພີ່ມຂຶ້ນ 12 ໜ່ວຍພັກ ໃນນີ້ ໜ່ວຍພັກຮາກຖານ 1 ໜ່ວຍພັກ, ໜ່ວຍພັກທີ່ຂຶ້ນກັບຄະນະຮາກຖານ 11 ໜ່ວຍພັກ. ປັດຈຸບັນ ມີ 46 ຮາກຖານພັກ ໃນນັ້ນມີ 5 ຄະນະພັກຮາກຖານ, 28 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ ແລະ 13 ໜ່ວຍພັກຮາກຖານ. ຜ່ານການຈັດຕັ້ງປະຕິບັດ ບັນດາມາດຕະການ ໃນການປັບປຸງທາງດ້ານແນວຄິດ ທົ່ວອົງຄະນະພັກກະຊວງການເງິນ ໃນໄລຍະຜ່ານມາ ສາມາດຕີຄາລາໄດ້ວ່າ ສະມາຊິກພັກ, ພະນັກ ງານ-ລັດຖະກອນຈຳນວນຫລາຍ ແມ່ນມີແນວຄິດຫລັກໝັ້ນ, ການເມືອງໜັກແໜ້ນ, ທຸ່ນທຽງ ແລະ ປະຕິບັດວຽກງານ ທີ່ໄດ້ຮັບມອບໝາຍ ແລະ ມີການຫັນປ່ຽນດີຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນນີ້, ຍັງໄດ້ເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການກະ ກຽມດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ຄຳແນະ ນຳຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະ ຊວງ-ອົງການ, ແຂວງ-ນະຄອນຫລວງ, ອົງຄະນະພັກແຂວງ-ນະຄອນ ແລະ ຮາກຖານພັກ ໃນຂອບເຂດທົ່ວປະເທດ ແລະ ອື່ນໆ.

