ເຜີຍແຜ່ກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບ ຢູ່ແຂວງພາກເໜືອ ແລະ ພາກໃຕ້ຂອງລາວ

ພັກ ແລະ ລັດຖະບານໄດ້ຖືເອົາວຽກງານຈັດສັນພູມລໍາເນົາ, ບ່ອນທໍາມາຫາກິນຖາວອນ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນເປັນ ນະໂຍບາຍ ແລະ ເປັນຍຸດທະສາດສໍາຄັນ, ຊຶ່ງໄດ້ກໍານົດ ໄວ້ໃນມະຕິກອງ ປະຊຸມໃຫຍ່ຂອງພັກແຕ່ລະຄັ້ງ, ເພື່ອແນໃສ່ສ້າງເງື່ອນໄຂ ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບການຍົກລະດັບຊີວິດການເປັນຢູ່ໃຫ້ດີຂື້ນເທື່ອລະກ້າວ. ໂດຍປະຕິບັດຕາມລັດຖະດໍາລັດ ຂອງປະທານປະເທດ ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍ ການຈັດສັນພູມລໍາເນົາ ແລະ ອາຊີບ, ດັ່ງນັ້ນ, ເມື່ອບໍ່ດົນມານີ້, ກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍດັ່ງກ່າວ ຢູ່ 6 ແຂວງພາກເໜືອ ແລະ 5 ແຂວງພາກໃຕ້ຂອງລາວ. ຢູ່ພາກໃຕ້ໄດ້ຈັດຂຶ້ນຢູ່ແຂວງອັດຕະປື ເຜີຍແຜ່ໂດຍ ທ່ານ ຄໍາບຸນນັດ ໄຊຍະນົນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ສ່ວນຢູ່ພາກເໜືອ ແມ່ນຈັດຂຶ້ນຢູ່ແຂວງອຸດົມໄຊ ໂດຍທ່ານ ກອງແກ້ວ ວົງປະເສີດ ຫົວໜ້າກົມ ພັດທະນາຊົນນະບົດ ແລະ ສະຫະກອນ.
ເພື່ອສ້າງຄວາມເປັນເອກະພາບທາງດ້ານທັດສະນະ ແລະ ຄວາມເຂົ້າໃຈທີ່ເປັນເອກະພາບຕໍ່ເນື້ອໃນກົດໝາຍ, ເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ໃນເຂດຈັດສັນພູມລຳເນົາ ແລະ ອາຊີບມີທີ່ຢູ່ອາໄສ, ມີບ່ອນທຳມາຫາກິນ ແລະ ອາຊີບໝັ້ນຄົງ ແນໃສ່ແກ້ໄຂການເຄື່ອນຍ້າຍຂອງປະຊາຊົນແບບບໍ່ຖືກຕ້ອງຕາມກົດໝາຍ, ລຶບລ້າງຄວາມທຸກຍາກ, ຍົກລະດັບຊີວິດການເປັນຢູ່, ສ້າງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງເປັນບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຊິ່ງກົດໝາຍວ່າດ້ວຍ ການຈັດສັນພູມລຳເນົາ ແລະ ອາຊີບ ປະກອບມີ 12 ພາກ, 5 ໝວດ ແລະ 85 ມາດຕາ.

