8 ໝາກໄມ້ກິນຕ້ານມະເຮັງເຕົ້ານົມໄດ້

ໝາກພິລາ : ວຽກງານວິໄຈທາງການແພດສະຫະລັດອາເມລິກາ ພົບວ່ານຳ້ໝາກພິລາອຸດົມໄປດ້ວຍສານຕ້ານອະນຸມູນອິດສະລະຫລາຍຊະນິດທີ່ມີປະສິດທິພາບອ່າວຫລາຍ ແລະ ຍັງມີໄຟໂຕນິວທຣຽນ ລວມເຖິງກົດເອລລາຈິກທີ່ມີຄຸນສົມບັດຊ່ວຍປ້ອງກັນການປ່ຽນແປງຂອງແຊນໃນຮ່າງກາຍມະນຸດ ແລະ ຂັດຂວາງການຂະຫຍາຍໂຕຂອງແຊນຜິດປົກກະຕິ ເຊິ່ງອາດກາຍເປັນແຊນມະເຮັງໄດ້ ໂດຍສະເພາະແຊນມະເຮັງຜິວໜັງ, ມະເຮັງລຳໄສ້, ມະເຮັງເຕົ້ານົມ ແລະ ມະເຮັງຕ່ອມລູກໝາກ. ນອກຈາກນີ້, ສະຖາບັນມະເຮັງແຫ່ງຊາດສະຫະລັດອາເມລິກາຍັງບອກຕື່ມວ່າ ສານແອລລາຈິກໃນໝາກພິລາສາມາດປ້ອງກັນພະຍາດມະເຮັງປາກມົດລູກໄດ້ນຳ.- ໝາກກ້ຽງ ແລະ ໝາກໄມ້ລົດຊາດສົ້ມ : ຜົນການສຶກສາຂອງ Texas A&M University ເຜີຍວ່າ : ນອກຈາກໝາກ ກ້ຽງຈະອຸດົມໄປດ້ວຍວິຕາມິນເຊແລ້ວ ໃນໝາກກ້ຽງ ແລະ ໝາກໄມ້ສົ້ມຍັງມີຄຸນສົມບັດຕ້ານມະເຮັງໄດ້ເປັນຢ່າງດີ ໂດຍສະເພາະ ມະເຮັງເຕົ້ານົມ ເນື່ອງຈາກມີສານແຄໂຣທີນອຍຫລາຍ.
- ໝາກຫຸ່ງ : ມີແຄໂຣທີນ, ວິຕາມິນອາ, ວິຕາມິນເຊ, ທາດການຊຽມ, ຟົສຟໍ ແລະ ທາດເຫລັກ ມີຄຸນສົມບັດບຳລຸງສາຍຕາ ແລະ ຊ່ວຍຕ້ານມະເຮັງໄດ້ ຢັ້ງຢືນຈາກການວິໄຈຂອງມະຫາວິທະຍາໄລຟລໍຣິດາ ທີ່ພົບວ່າຄຸນຄ່າທາງໂພຊະນາການຂອງໝາກຫຸ່ງມີລິດປ້ອງກັນມະເຮັງໄດ້ຢ່າງມີປະສິດທິພາບ ໂດຍສາມາດເຂົ້າໄປຂັດຂວາງການເຕີບໃຫຍ່ຂອງຊີ້ນປົ່ງ ຫລື ແຊນຜິດປົກກະຕິທີ່ມີທ່າອ່ຽງຈະກາຍເປັນແຊນມະເຮັງ ແລະ ຂັດຂວາງໄດ້ທັງແຊນມະເຮັງເຕົ້ານົມ, ມະເຮັງປາກມົດລູກ ແລະ ມະເຮັງຕັບ.
- ໝາກແອັບເປິ້ນ : ຜົນການສຶກສາຈາກ University of California ຮ່ວມກັບ Genesis Prevention Center ເຜີຍວ່າ : ຫາກກິນໝາກແອັບເປິ້ນໄດ້ມື້ລະ 1 ໜ່ວຍຈະຊ່ວຍຫລຸດຄວາມສ່ຽງມະເຮັງເຕົ້ານົມໄດ້ຫລາຍ ເນື່ອງຈາກໝາກແອັບເປິ້ນມີສານຕ້ານອະນຸມູນອິດສະລະຫລາຍ ມີທັງຟລາໂວນອຍ, ໄຟເບີ ແລະ ສານອາຫານອື່ນໆທີ່ມີຄຸນສົມບັດຕ້ານມະເຮັງອີກນັບບໍ່ຖ້ວນ, ແຕ່ກໍຕ້ອງກິນໝາກແອັບເປິ້ນບໍ່ປອກເປືອກ.
- ໝາກໄມ້ຕະກູນເບີຣີ : ອຸດົມໄປດ້ວຍຟລາໂວນອຍ, ສານຕ້ານອະນຸມູນອິດສະລະ ແລະ ສານທີ່ມີຄຸນສົມບັດຕ້ານແຊນມະເຮັງ ໂດຍຜົນການວິໄຈພົບວ່າ : ໝາກໄມ້ຕະກູນເບີຣີ ໂດຍສະເພາະໝາກບລູເບີຣີມີສານພືດເຄມີຈຳພວກແອນໂທໄຊຍານິນ (Anthocyanins) ຫລາຍ ຊ່ວຍຂັດຂວາງການເກີດແຊນມະເຮັງ ແລະ ຫລຸດແຊນມະເຮັງເຕົ້ານົມໃນໜູທົດລອງໄດ້ເຖິງ 60 – 70% ເມື່ອປຽບທຽບກັບໜູທົດລອງທີ່ບໍ່ໄດ້ກິນໝາກບລູເບີຣີເປັນປະຈຳ.
- ໝາກພຳ ແລະ ໝາກພີດ : ນັກວິໄຈຈາກ Texas A&M University ພົບວ່າ : ໝາກພຳ ແລະ ໝາກພີດມີສານຕ້ານອະນຸ ມູນອິດສະລະຫລາຍເທົ່າໆກັບໝາກບລູເບີຣີ ທັງມີສານໂພລີຟີນອນ ເຊິ່ງຊ່ວຍປາບແຊນມະເຮັງເຕົ້ານົມໄດ້ນຳ.
- ມັນດ້າງ : ນອກຈາກຈະມີຄາໂບໄຮເດຣດເຊີງຊ້ອນ, ເບຕ້າແຄໂຣທີນ, ໄຟເບີ, ວິຕາມິນເອີ, ວິຕາມິນເຊ, ໄຣໂບຟລາວິນ, ໂພລີຟີນອນ, ສານຕ້ານອະນຸມູນອິດສະລະ ແລະ ກົດກາເຟອິນແລ້ວ ການສຶກສາຈາກ The International Potato Center ກໍພົບວ່າ : ໃນມັນດ້າງມີກາເຟໂອອິວຄວິນິກ (Caffeoylquinic Acid) ເຊິ່ງມີຄຸນສົມບັດຊ່ວຍຫລຸດຄວາມສ່ຽງພະຍາດມະເຮັງເຕົ້ານົມ.
- ໝາກມັງຄຸດ : ສານສະກັດຈາກໝາກມັງຄຸດຊ່ວຍສ້າງແຊນເມັດເລືອດຂາວ TH1 ແລະTH 17 ເຊິ່ງມີຄຸນສົມບັດຊ່ວຍກຳຈັດ ແລະ ປເອງກັນການເກີດແຊນມະເຮັງເກືອບທຸກຊະນິດໄດ້ ບໍ່ເວັ້ນແຕ່ມະເຮັງເຕົ້ານົມ ທັງແຊນເມັດເລືອດຂາວ TH1 ກໍເປັນສານກະຕຸ້ນພູມຕ້ານທານໃນຮ່າງກາຍໃຫ້ແຂງແຮງ ສາມາດປ້ອງກັນພະຍາດໄດ້ ໂດຍສະເພາະການປ້ອງກັນແຊນໃນຮ່າງກາຍບໍ່ໃຫ້ກາຍເປັນມະເຮັງ.

