ຈັບຕົວຜູ້ຫລອກລວງເດັກຍິງໄປຂົ່ມຂືນ


ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ສາມາດຈັບຕົວທ້າວ ມິດບັນໄທ ອາຍຸ 36 ປີ ຢູ່ບ້ານນາບຽນ ເມືອງໄຊເສດຖາ ໃນຂໍ້ຫາຫລອກລວງເດັກຍິງໄປຂົ່ມຂືນມາດໍາເນີນຄະດີຕາມລະບຽບກົດໝາຍ ໂດຍຄັ້ງຫລ້າສຸດໄດ້ກໍ່ເຫດຂົ່ມຂືນເດັກຍິງອາຍຸ 11 ປີຢູ່ເຂດປ່າບ້ານໃໝ່ເມືອງສີໂຄດຕະບອງເມື່ອກາງເດືອນທັນວາ 2018 ຜ່ານມາ.
ເຈົ້າໜ້າທີ່ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ພາຍຫລັງມີຜູ້ປົກຄອງເຂົ້າແຈ້ງຄວາມວ່າລູກສາວເຂົາເຈົ້າຖືກຂົ່ມຂື່ນ, ເຈົ້າໜ້າທີ່ ກໍໄດ້ລົງຕິດຕາມເປົ້າໝາຍກໍ່ເຫດ ຊື່ທ້າວ ມິດບັນໄທ ມີອາຊີບຄ້າຂາຍຂອງກິນສຸກຢູ່ເຂດວັດດົງຫລວງເມືອງນາຊາຍທອງ, ຈຶ່ງໄດ້ກັກຕົວມາສືບສວນ-ສອບສວນ ແລະ ຜູ້ກ່ຽວຮັບສາລະພາບວ່າ: ຕົນເອງເປັນຜູ້ຂົ່ມຂືນເດັກຍິງຄົນດັ່ງກ່າວແທ້, ໂດຍໃນມື້ກໍ່ເຫດຕົນໄດ້ຂີ່ລົດຈັກໄປເຂດບ້ານວາທົ່ງພົບເຫັນເດັກຍິງຄົນນັ້ນກໍາລັງຍ່າງໄປໂຮງຮຽນ ຈຶ່ງເຂົ້າໄປຕີສະໜິດຊັກຊວນໄປຊື້ໝາກສົ້ມແລ້ວຈະໄປສົ່ງຢູ່ໂຮງຮຽນ, ດ້ວຍຄວາມໄຮ້ດຽງສາ ເດັກຍິງຈຶ່ງໄດ້ຂຶ້ນລົດຈັກໄປນຳແລ້ວຂີ່ເຂົ້າໄປໃນປ່າເຂດບ້ານໃໝ່ ແລະ ລົງມືຂົ່ມຂືນສໍາເລັດ, ພ້ອມທັງໄດ້ເອົາເງິນຈໍານວນໜຶ່ງໃຫ້ເດັກຍິງຄົນນັ້ນ ແລະ ນາບຂູ່ຫ້າມບອກພໍ່ແມ່ ກ່ອນຈະເອົາເດັກຍິງໄປສົ່ງຢູ່ໂຮງຮຽນ. ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນປີ 2017 ທ້າວ ມິດບັນໄທ, ເຄີຍກໍ່ເຫດຂົ່ມຂືນທຳສຳເລົາເດັກຍິງມາແລ້ວ 1 ຄົນ ດ້ວຍວິທີການຄ້າຍຄືກັນ ແລະ ຕໍ່ກໍລະນີນີ້, ຈຶ່ງຝາກເຕືອນເຖິງຜູ້ປົກຄອງຕ້ອງເພີ່ມສະຕິໃນການເບິ່ງແຍງລູກຫລານໃຫ້ດີ, ຢ່າປະປ່ອຍໃຫ້ເດັກໄປມາສະຖານທີ່ຕ່າງໆຢ່າງໂດດດຽວ, ເພື່ອຫລີກລ່ຽງການຕົກເປັນເຫຍື່ອຂອງ ຄົນບໍ່ດີຕົວະຍົວະຫລອກລວງໄປໃນທາງທີ່ບໍ່ດີ.

