ຈັດທຣຳ ຄວ້າແຊ້ມຄັ້ງທຳອິດ ສະນຸກເກີ The Masters 2019

ການແຂ່ງຂັນສະນຸກເກີ ລາຍການ ເດິ ມາສເຕີ້ 2019 (Dafabet Masters 2019) ທີ່ອາເລັກຊັນດຣ້າ ຟາເລດ ໃນນະຄອນຫລວງລອນດອນ ປະເທດອັງກິດ, ຄັດເອົານັກສະນຸກເກີອັນດັບ 1-16 ຂອງໂລກ ຊີງເງິນລາງວັນລວມ 600.000 ປອນ ແຂ່ງຂັນລະຫວ່າງວັນທີ 13-20 ມັງກອນ 2019.
ການແຂ່ງຂັນຮອບຊີງຊະນະເລີດ ຈັດທຣຳ ມື 6 ຂອງລາຍການ ຈາກເຈົ້າພາບອັງກິດ ຊະນະ ຣອນນີ້ ໂອຊຸນລີແວນ ແຊ້ມໂລກ 5 ສະໄໝ ເປັນແຊ້ມລາຍການນີ້ສູງສຸດ 7 ສະໄໝ ມື 3 ຂອງໂລກ ມື 4 ຂອງລາຍການເພື່ອນຮ່ວມຊາດ 10-4 ເຟຣມ.
ຈັດທຣຳ ສ້າງສະຖິຕິຂອງຕົນເອງເຂົ້າຊີງຊະນະເລີດເປັນຄັ້ງທຳອິດ ແລະ ຄວ້າແຊ້ມມາຄອງ ຮັບເງິນລາງວັນ 200.000 ປອນ, ສ່ວນ ຣອນນີ້ ໂອຊຸນລີແວນ ຮອງແຊ້ມຮັບເງິນ 90.000 ປອນ ແລະ ຕີໄດ້ຄະແນນສູງສຸດໃນ 1 ເຟຣມ ຫລື ແມ່ນ ລູກ້າ ເບຣເຊລ ຈາກແບນຊິກ ມື 14 ຂອງໂລກ ຮັບເງິນ 10.000 ປອນ ຕີໄດ້ 140 ຄະແນນ ໃນຮອບທຳອິດ ເຟຣມທີ 7 ທີ່ເອົາຊະນະ ມາກ ອາເລັນ ມື 1 ຂອງລາຍການແຊ້ມເກົ່າປີ 2018 6-5 ເຟຣມ.

