ເປີດໄຟນອນແຈ້ງທົ່ວຫ້ອງເຮັດໃຫ້ທ່ານຕຸ້ຍງ່າຍຂຶ້ນ

ທີມນັກວິໄຈຂອງສະຖາບັນວິໄຈພະຍາດມະເຮັງໃນລອນດອນ ໄດ້ສຶກສາກັບແມ່ຍິງຈຳນວນຫລາຍ ໂດຍໃຫ້ແຕ່ລະຄົນບັນລະ ບາຍເຖິງຄວາມແຈ້ງສະຫ່ວາງຂອງດອກໄຟໃນຫ້ອງນອນ ແລ້ວເອົາໄປປຽບທຽບກັບລະດັບຂອງຄວາມຕຸ້ຍຂອງຮ່າງກາຍ ໄດ້ຂໍ້ສະຫລຸບທີ່ໜ້າສົນໃຈມາດັ່ງນີ້ :
ແສງໄຟສົ່ງຜົນໃຫ້ທ່ານມີນຳ້ໜັກເກີນ ແລະ ຕຸ້ຍຂຶ້ນ ເຊິ່ງສາດສະດາຈານແອນໂທນີ່ ເວີດໂລ ຫົວໜ້າຄະນະວິໄຈ ກ່າວວ່າ : ໃນກຸ່ມຄົນຫລາຍໆມັນສໍ່ໃຫ້ເຫັນເຖິງຄວາມກ່ຽວພັນລະຫ່ວາງການຖືກແສງສະຫ່ວາງຍາມຄໍ່າຄືນ ກັບການມີນຳ້ໜັກເກີນມາດຕະຖານແລະ ຄວາມຕຸ້ຍ, ແຕ່ຍັງບໍ່ມີຫລັກຖານຫລາຍພໍທີ່ຈະລົງຄວາມເຫັນໄດ້ວ່າ ຫາກມອດໄຟນອນຈະເຮັດໃຫ້ນຳ້ໜັກໂຕຫລຸດລົງໄດ້ ອາດຈະມີເຫດຜົນອື່ນກ່ຽວຂ້ອງນຳ, ແຕ່ການຄົ້ນພົບທີ່ໜ້າສົນໃຈ ຈຶ່ງຄວນຈະມີການຄົ້ນຄ້ວາຕໍ່ໄປ.
ຄວາມເຫັນຂອງນັກວິຊາການ ກຸ່ມນັກວິຊາການໃຫ້ຄວາມເຫັນຕື່ມວ່າ : ສາເຫດທີ່ແສງສະຫ່ວາງກ່ຽວຂ້ອງກັບຄວາມຕຸ້ຍ ອາດເປັນຍ້ອນແສງໄຟໄປລົບກວນໂມງຊີວະພາບຂອງຮ່າງກາຍ ເຊິ່ງການວິວັດທະນາການຕັ້ງແຕ່ມະນຸດຍຸກຕົ້ນໆ ຈະປຸກໃຫ້ມະນຸດຫ້າວຫັນກາງເວັນ ແລະ ພັກຜ່ອນຕອນກາງຄືນ ນອກຈາກນັ້ນ ແສງສະຫ່ວາງຍັງມີອິດທິພົນຕໍ່ອາລົມ, ຄວາມແຂງແຮງ ແລະ ແມ່ນແຕ່ການກິນອາຫານນຳອີກ.

