ກອງປະຊຸມຄົບຄະນະເປີດກວ້າງຂອງຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2018

ໃນວັນທີ 17 ມັງກອນນີ້, ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ໄດ້ຈັດກອງປະຊຸມຄົບຄະນະຂອງຕົນຂຶ້ນ ທີ່ໂຮງແຮມລາວພລາຊາ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີທີ່ເປັນຮອງປະທານຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄກມດ) ກະຊວງ, ອົງການ, ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຢ່າງຫລວງຫລາຍ.
ກອງປະຊຸມໄດ້ສະຫລຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ວຽກງານແມ່ ແລະ ເດັກ ປະຈຳປີ 2018 ແລະ ປຶກສາຫາລືກ່ຽວກັບທິດທາງແຜນການເຄື່ອນໄຫວສຳລັບປີ 2019, ພ້ອມການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໃນໜຶ່ງປີຜ່ານມາ (2018) ແລະ ທິດທາງແຜນການປີ 2019.
ໃນໂອກາດນີ້ ກໍໄດ້ຮັບຟັງການໂອ້ລົມຂອງທ່ານ ສອນໄຊ ສີພັນດອນ ໂດຍທ່ານໄດ້ເນັ້ນວ່າ: ໃຫ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງ ຄກມດ ຂັ້ນກະຊວງ, ອົງການ, ແຂວງ ແລະ ນະຄອນຫລວງ ລວມທັງຫ້ອງການກອງເລຂາ ຄຊກມດ ແລະ ເສນາທິການຊ່ວຍວຽກແຕ່ລະຂັ້ນ ໂດຍສະເພາະແມ່ນວຽກປະສານງານທັງພາຍໃນ ແລະ ພາຍນອກໃຫ້ເປັນລະບົບກົມກຽວກວ່າເກົ່າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບົດປະກອບຄຳເຫັນມ້ວນທ້າຍຂອງຄະນະກຳມະການຊີດໍສາກົນ ຕໍ່ບົດລາຍງານແຫ່ງຊາດປະຈຳໄລຍະທີ 8 ແລະ 9 ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ໃນ ສປປ ລາວ ແລະ ຂໍ້ສະເໜີແນະຂອງອົງການ ສປຊ ຕໍ່ບົດລາຍງານແຫ່ງຊາດປະຈຳໄລຍະທີ 3-6 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກໃຫ້ມີຜົນສຳເລັດ; ສ້າງກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍໃຫ້ສຳເລັດ ເພື່ອສາມາດນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ໃນທ້າຍປີ 2019. ສືບຕໍ່ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກກ່ຽວກັບການສົ່ງເສີມຄວາມກ້າວໜ້າໃຫ້ແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ກໍຄືການລຶບລ້າງທຸກຮູບການຈຳແນກ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກໃຫ້ກວ້າງຂວາງ ແລະ ທົ່ວເຖິງ ເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈເຖິງບັນຫາດັ່ງກ່າວຢ່າງຈະແຈ້ງ.
ພ້ອມນີ້, ທ່ານຮອງນາຍົກ ສອນໄຊ ສີພັນດອນ ຍັງໄດ້ເນັ້ນໜັກໃຫ້ ຄກມດ ແຂວງ ຈັດສັນງົບປະມານທີ່ເໝາະສົມເພີ່ມໃຫ້ສະຫະພັນແມ່ຍິງ ເພື່ອຮັບໃຊ້ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ວຽກແມ່-ເດັກມີປະສິດທິຜົນສູງຂຶ້ນ.

