ຖວທ ຈັດຝຶກອົບຮົມການຄຸ້ມຄອງຄື້ນຄວາມຖີ່ລຽບຊາຍແດນໃຫ້ແຂວງຕ່າງໆ

ໃນວັນທີ 16 ມັງກອນນີ້ທີ່ແຂວງບໍລິຄຳໄຊ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດຝຶກອົບຮົມການຈັດສັນຄຸ້ມຄອງຄື້ນຄວາມຖີ່ລຽບຊາຍແດນ, ການຄຸ້ມຄອງຈານດາວທຽມ ແລະ ການນຳໃຊ້ໂທລະໂຄ່ງ, ໂດຍການເປັນປະທານຂອງທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ້ວຍນັກສຳມະນາກອນຈາກແຂວງພາກກາງ ແລະ ພາກຕາເວັນອອກສຽງເໜືອລວມ 8 ແຂວງ ແລະ ນະຄອນຫລວງວຽງຈັນຄື: ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ, ວຽງຈັນ, ຊຽງຂວາງ ແລະ ແຂວງ ຫົວພັນ.
ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ມີຄໍາເຫັນວ່າ: ການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ບັນດາພະແນກການຕ່າງໆໃນ 8 ແຂວງ ໄດ້ເຂົ້າໃຈ ແລະ ຮັບຊາບກ່ຽວກັບການວາງແຜນຈັດສັນຄຸ້ມຄອງຄື້ນຄວາມຖີ່ລຽບຕາມຊາຍແດນ, ການຄຸ້ມຄອງຈານດາວທຽມ ແລະ ການນຳໃຊ້ໂທລະໂຄ່ງ, ເຊິ່ງທັງສາມໜ້າວຽກນີ້ເປັນວຽກງານຍຸດທະສາດຂອງກະຊວງ ຖວທ ແລະ ເປັນວຽກງານໜຶ່ງ ທີ່ສະພາແຫ່ງຊາດມີຄວາມສົນໃຈຕິດຕາມການເຄື່ອນໄຫວການຈັດຕັ້ງປະຕິບັດຂອງກະຊວງ ຖວທ ໂດຍສະເພາະວຽກງານໂທລະໂຄ່ງໃຫ້ມີປະສິດທິຜົນ.
ໃນໂອກາດດັ່ງກ່າວ, ກະຊວງຖະແຫລ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ມອບເຄື່ອງຮັບຈານດາວທຽມ 1 ຊຸດໃຫ້ແຂວງບໍລິຄຳໄຊ ເພື່ອຮັບສັນຍານດາວທຽມ Lao sat1 ໃນລະບົບ C-band ແລະ ມອບເຄື່ອງໂທລະໂຄ່ງຈຳນວນໜຶ່ງໃຫ້ 8 ແຂວງພາກເໜືອ ແລະ ພາກກາງເຊັ່ນ: ນະຄອນຫລວງວຽງຈັນ, ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ, ວຽງຈັນ, ຊຽງຂວາງ ແລະ ແຂວງຫົວພັນ ເພື່ອນຳໄປປະກອບ ແລະ ຕິດຕັ້ງໃຫ້ແກ້ບ້ານຕ່າງໆໃນເຂດຫ່າງໄກສອກຫລີກໄດ້ຮັບຂໍ້ມູນຂ່າວສານຢ່າງທົ່ວເຖິງ.

