ສ.ເກົາຫລີ ຜະເຊີນມົນລະພິດທາງ ອາກາດຮຸນແຮງທີ່ສຸດໃນຮອບຫລາຍປີ

ສະພາບອາກາດໃນຫລາຍປະເທດທົ່ວອາຊີໄລຍະນີ້ປົກຄຸມໄປດ້ວຍໝອກຄວັນໜາຮຸນແຮງ ລວມທັງຢູ່ ສ.ເກົາຫລີ ເຊິ່ງຜະເຊີນກັບຝຸ່ນລະອອງຂະໜາດນ້ອຍປະລິມານສູງຈົນຕ້ອງມີມາດຕະການສຸກເສີນ ເພື່ອປ້ອງກັນອັນຕະລາຍຕໍ່ສຸຂະພາບ.

ຊາວ ສ.ເກົາຫລີ ສ່ວນຫລາຍຖືກປົກຄຸມໄປດ້ວຍຝຸ່ນລະອອງຂະໜາດນ້ອຍ ເຮັດໃຫ້ກະຊວງສິ່ງແວດລ້ອມ ແລະ ທາງການທ້ອງຖິ່ນຕ້ອງບັງຄັບໃຊ້ມາດຕະການສຸກເສີນມາເປັນມື້ທີ 2 ຕິດຕໍ່ກັນ. ສຳນັກງານຄວບຄຸມສະພາບອາກາດ ສ.ເກົາຫລີ ລາຍງານວ່າ: ຄ່າຝຸ່ນລະອອງຂະໜາດນ້ອຍໃນນະຄອນຫລວງເຊອຸນ ຢູ່ທີ່ 189 ໄມໂຄຣກຣາມ/ແມັດກິບ ໃນຕອນບ່າຍວັນທີ 14 ມັງກອນ ໂດຍທົ່ວປະເທດຢູ່ໃນລະດັບ 146 ໄມໂຄຣກຣາມ ສູງກວ່າຄ່າມາດຕະຖານທີ່ອົງການອະນາໄມໂລກລະບຸໄວ້ເກືອບ 6 ເທົ່າ ຈາກລະດັບຄ່າຄວາມປອດໄພສະເລ່ຍບໍ່ເກີນວັນລະ 25 ໄມໂຄກຣາມ. ນອກຈາກນີ້ ຄ່າຝຸ່ນລະອອງຂະໜາດນ້ອຍຕາມເມືອງຫລາຍແຫ່ງຂອງ ສ.ເກົາຫລີ ຢູ່ໃນລະດັບທີ່ເປັນອັນຕະລາຍເຊັ່ນກັນ. ລັດຖະບານປະກາດມາດຕະການສຸກເສີນຢູ່ 10 ເມືອງ ເຕືອນໄພສຸຂະພາບ ລວມທັງແນະນຳໃຫ້ຜູ້ສັນຈອນຕາມຖະໜົນໃສ່ຜ້າອັດດັງ ແລະ ຫລີກເວັ້ນການຢູ່ກາງແຈ້ງເປັນເວລາດົນ. ນອກຈາກນີ້ ທາງການຍັງຫ້າມລົດໃຊ້ນ້ຳມັນແອັດຊັງທີ່ຈົດທະບຽນໃນນະຄອນຫລວງເຊອຸນກ່ອນປີ 2005 ແລ່ນຕາມຖະໜົນ ລວມທັງປິດບໍລິການບ່ອນຈອດລົດສາທາລະນະປະມານ 430 ແຫ່ງ ໃນນະຄອນຫລວງເຊອຸນ ເພື່ອບໍ່ໃຫ້ປະຊາຊົນຂັບລົດເຂົ້າເມືອງ ແລະ ຫລຸດການໃຊ້ລົດລັດ ເພື່ອຫວັງບັນເທົາບັນຫາມົນລະພິດ.
ສະຖາບັນວິໄຈສິ່ງແວດລ້ອມແຫ່ງຊາດ ສ.ເກົາຫລີ ລາຍງານວ່າ: ຄັ້ງນີ້ຖືວ່າມີລະດັບມົນລະພິດຮຸນແຮງທີ່ສຸດນັບແຕ່ມີການບັນທຶກໃນປີ 2016 ຫລາຍພື້ນທີ່ປະສົບບັນຫາຝຸ່ນລະອອງຂະໜາດນ້ອຍສູງເຊັ່ນກັນ. ສະຖານີໂທລະພາບຫລາຍຊ່ອງອອກປະກາດເຕືອນປະຊາຊົນໃຫ້ໃສ່ຜ້າອັດດັງ ແລະ ຫລີກເວັ້ນ ຫລື ຫລຸດກິດຈະກຳທີ່ຕ້ອງອອກນອກອາຄານ. ສ.ເກົາຫລີ ຕ້ອງຫາມາດຕະການຮັບມືກັບມົນລະພິດທາງອາກາດທີ່ເພີ່ມຂຶ້ນຢ່າງວ່ອງໄວໃນໄລຍະຜ່ານມາ ເຊິ່ງຜູ້ຊ່ຽວຊານຄາດຄະເນວ່າເປັນຍ້ອນຈຳນວນລົດໃຫຍ່ເພີ່ມຂຶ້ນ ລວມທັງການເນັ້ນພັດທະນາອຸດສາຫະກຳຕ່າງໆຂອງຈີນປະເທດໃກ້ຄຽງ ເຮັດໃຫ້ເກີດມົນລະພິດສະສົມ.

