ເຈົ້າໜ້າທີ່ຣັດເຊຍຕັ້ງຄຳຖາມ ກ່ຽວກັບແຜນການຖອນກຳລັງທະຫານ ອອກຈາກຊີຣີຂອງອາເມລິກາ

ການມີໜ້າຂອງທະຫານອາເມລິກາຢູ່ຊີຣີຈະໄດ້ກຳນົດໃນຮູບການໃດ ແລະ ບໍ່ຮູ້ວ່າມັນຈະດຳເນີນຢ່າງເປີດເຜີຍ ຫລື ປິດລັບ.
ຣັດເຊຍໄດ້ຕັ້ງຄຳຖາມກ່ຽວກັບແຜນການອາເມລິກາຖອນກຳລັງທະຫານທັງໝົດອອກຈາກສະໜາມຮົບຊີຣີ. ກ່າວຄຳເຫັນໃນວັນທີ 9 ມັງກອນ, ທ່ານຮອງລັດຖະມົນຕີການຕ່າງປະເທດຣັດເຊຍ Sergei Ryabkov ຊີ້ແຈງວ່າ: ເລື່ອງຖອນນາຍທະຫານອາເມລິກາອອກຈາກຊີຣີຈະຖືກຜົນສະທ້ອນຈາກບັນດາປັດໄຈອື່ນ. ພວກຂ້າພະເຈົ້າອາດເຫັນໄດ້ວ່າບັນດາຖະແຫລງການກ່ຽວກັບການຕັດສິນໃຈຖອນກຳລັງທະຫານແມ່ນໄດ້ຮັບການອະທິບາຍດ້ວຍຫລາຍວິທີຈາກຜູ້ມີສິດອຳນາດຂອງອາເມລິກາ ແລະ ບັນດາຜູ້ຕາງໜ້າຂອງອຳນາດການປົກຄອງຂອງປະເທດນີ້ກໍໄດ້ອະທິບາຍເຊັ່ນດຽວກັນ.
ເຈົ້າໜ້າທີ່ທາງການທູດຣັດເຊຍຖືວ່າ: ຢູ່ວໍຊິງຕັນຫລັກໝັ້ນຂອງຜູ້ທີ່ສະໜັບສະໜູນການມີໜ້າຜິດກົດໝາຍຂອງກຳລັງທະຫານອາເມລິກາຢູ່ຊີຣີແມ່ນຮ້າຍແຮງທີ່ສຸດ. ທ່ານສະແດງວ່າ: ຍັງບໍ່ທັນຮູ້ຢ່າງຈະແຈ້ງເທື່ອວ່າການມີໜ້າຂອງທະຫານອາເມລິກາຢູ່ຊີຣີຈະໄດ້ກຳນົດໃນຮູບການໃດ ແລະ ບໍ່ຮູ້ວ່າມັນຈະດຳເນີນຢ່າງເປີດເຜີຍ ຫລື ປິດລັບ.

