ຊາລ້າ ຄວ້າລາງວັນນັກເຕະ ດີເດັ່ນອາຟຣິກາ 2 ສະໄໝຊ້ອນ

ໂມຮາເໝັດ ຊາລ້າ ກອງໜ້າທີມຊາດເອຢິບ ໄວ 26 ປີ ຂອງສະໂມສອນລິເວີພູລ ໄດ້ຮັບລາງວັນອັນຊົງກຽດ ນັກເຕະດີເດັ່ນຂອງທະວີບອາຟຣິກາ Caf Afican Player of the Year ປະຈຳປີ 2018 ເປັນສະໄໝທີ 2 ຕິດຕໍ່ກັນ ເອົາຊະນະ 2 ຜູ້ເຂົ້າຊີງເມື່ອປີ 2017 ຊາດິໂອ ມາເນ່ ກອງໜ້າທີມຊາດເຊເນການ ເພື່ອນຮ່ວມທີມຫົງແດງ ແລະ ປີແອ ເອເມຣິກ ໂອບາມາຢ໊ອງ ກອງໜ້າທີມຊາດກາບ໋ອງ ຈາກອາເຊນອລ.
ຊາລ້າ ເປັນເຈົ້າຂອງລາງວັນນີ້ເມື່ອປີ 2017 ຜົນງານໃນປີ 2018 ນຳຕົ້ນສັງກັດໄດ້ຮອງແຊ້ມ ຢູຟາ ແຊມປ້ຽນລີກ, ຍິງ 46 ປະຕູ ໃນປະຕິທິນປີ 2018, ສະເພາະລະດູການ 2017-18 ຍິງ 44 ປະຕູ, ນຳທີມຊາດເອຢິບໄປບານໂລກ 2018 ຄັ້ງທຳອິດໃນຮອບ 28 ປີ, ພ້ອມກັບນຳຕົ້ນສັງກັດລິເວີພູລຂຶ້ນນຳໃນພຣີເມຍລີກລະດູການນີ້.
ໂມຮາເໝັດ ຊາລ້າ ເປັນນັກເຕະລິເວີພູລຄົນທີ 2 ທີ່ໄດ້ຮັບລາງວັນນີ້ຕໍ່ຈາກ ເອສ ຮັດຈິ ດິຍູຟ (El Hadji Diouf) ຊາວເຊເນການ ໃນປີ 2002, ສ່ວນນັກເຕະທີ່ໄດ້ຮັບລາງວັນນີ້ຫລາຍສຸດແມ່ນ ຢາຢາ ຕູເຣ່ ຊາວໄອວໍຣີໂຄດ ອະດີດກອງກາງບາເຊໂລນາ ແລະ ແມນເຊັສເຕີ ຊິຕີ້ ຄວ້າລາງວັນໄປ 4 ສະໄໝ ປີ 2011-2014 ແລະ ຊາມູເອວ ເອໂຕ້ ຊາວກາເມີຣູນ ປີ 2003, 2004, 2005, 2010 ລາງວັນນີ້ໄດ້ຮັບການລົງຄະແນນຈາກຄູຝຶກ ແລະ ຫົວໜ້າທີມຂອງສະຫະພັນບານເຕະອາຟຣິກາ ຫລື CAF.

