
ການແຂ່ງຂັນເຕັນນິສ ເອທີ ພີທົວ ລາຍການ ມາສເຕີ 1000 ແລະ ດັບເບິລຢູທີເອທົວ ລາຍ ການ “ອິນເຕີນາຊິອອງນາລີ ບີ ເອັນແອລ ດິ ອິຕາລີ”. ທີ່ນະຄອນ ໂຣມ ປະເທດອິຕາລີ ໃນປະເພດ ຊາຍດ່ຽວຮອບ 2 ຜົນປາກົດວ່າ ຣາຟາເອລ ນາດາລ ອະດີດມື ວາງອັນດັບ 1 ຂອງໂລກ ຈາກ ສະເປນ ຜ່ານເຂົ່້າຮອບຕາມ ຄວາມຄາດໝາຍ ຫຼັງ ນິໂກລາສ ອັລມາໂກ ຄູ່ແຂ່ງໝູ່ຮ່ວມຊາດ ມີ ອາການບາດເຈັບ ແລະ ຕ້ອງຂໍ ຖອນໂຕໄປ ຂະນະທີ່ຕາມຫຼັງ 0-3 ເກມໃນເຊັດທຳອິດສົ່ງຜົນ ໃຫ້ ນາດາລ ຊະນະໃນເດີ່ນດດີນ ໄດ້ເປັນຄັ້ງທີ 16 ຕິດຕໍ່ກັນແລ້ວ.
ສ່ວນ ເເຄອິ ນິຊິໂກຣິ ມືວາງ ອັນດັບ 7 ຂອງລາຍການຈາກ ຢິ່ປຸ່ນ ຄວ້າໄຊເໜືອ ດາວິດ ເຟເຣ ຈາກ ສະເປນ 2-0 ເຊັດ 7-5, 6-2. ຜ່ານເຂົ້າຮອບຕໍ່ໄປເຊັ່ນ ດຽວກັບ ສະແຕນ ວາວຣິນກາ ມືວາງອັນດັບ 3 ຂອງລາຍການ ຈາກ ສະວິດເຊີແລນ ທີ່ຕ້ອງ ອອກແຮງເຖິງ 3 ເຊັດ ກວ່າຈະ ເອົາຊະນະ ເບີນົວ ແປ ຈາກ ຝຣັ່ງ 2-1 ເຊັດ 6-3, 1-6, 6-3.
+ ສ່ວນຜົນແຂ່ງຂັນຄູ່ອື່ນໆ ມີດັ່ງນີ້:
– ອະເລັກຊາເດີ ຊະເວເຣຟ 2-0 ເຊັດ ວິກເຕີ ໂທຣອິກກີ 6-3, 6-4.
– ມິລອສ ຣາໂອນິກ 2-0 ເຊັດ ທອມມີ ຮາສ 6-4, 6-3.
– ໂດມິນິກ ທຽມ 2-0 ເຊັດ ພາໂບລ ຄູເອວາສ 7-6, 6-4.
– ແຈັກ ຊ໊ອກ 2-1 ເຊັດ ຍິຣີ ເວເຊລີ 6-4, 3-6, 7-6.
– ແຊມ ເຄີເຣ 2-0 ເຊັດ ແຍນ-ເລນນາດ ສະຕຣັຟ 6-4, 6-3.
– ຮວນ ມາຕິນ ເດລ ປໍໂຕຣ 2-0 ເຊັດ ໄຄ ເອັດມຸນ 7-6, 6-4.
– ໂຣແບໂຕ ເບົາຕິສຕາ ອາ ກຸດ 2-1 ເຊັດ ພາໂບລ ກາເຣໂນ ບຸສຕາ 6-7, 6-1, 6-4.
ດ້ານປະເພດຍິງດ່ຽວຮອບ 2 ເອເນັດ ຄອນຕາວຽດ ນັກເຕັນ ນິສສາວທີ່ມາຈາກຮອບຄັດ ເລືອກພິກລ໊ອກຄັ້ງໃຫຍ່ດ້ວຍການເອົາຊະນະ ອັນເຈລິກ ແຄເບີ ມື ວາງອັນດັບ1 ຂອງໂລກ ຈາກ ເຢຍລະມັນ 2-0 ເຊັດ 6-4, 6-0. ຂະນະທີ່ ກາບິເຢ ມກູຣູຊາ ມືວາງ ອັນດັບ 3 ຈາກ ສະເປນ ເອົາຊະ ນະ ເຍເລນາ ອອສຕາເພນໂກ ຈາກ ລັກເວຍ 2-1 ເຊັດ 2-6, 6-2, 6-1. ຜ່ານເຂົ້າຮອບຕໍ່ໄປ ໄດ້ສຳເລັດ.
+ ສ່ວນຜົນແຂ່ງຂັນຄູ່ອືນໆ ມີດັ່ງນີ້:
– ອະນາສຕາເຊຍ ພາຟລິວ ເຊນໂຄວາ 2-0 ເຊັດ ອະນາສຕາ ຊິຍາ ເຊວາສໂຕວາ 7-6, 6-2.
– ຊິໂມນາ ຮາເລັບ 2-0 ເຊັດ ລໍຣາ ຊີເກມຸນ 6-4, 6-4.
– ເອຄ່ເຕຣິນາ ມາຄາໂຣວາ 2-1 ເຊັດ ໂດມິນິກາ ຊິບູລໂຄວາ 1-6, 6-1, 6-3.
– ກີກີ ເບີເທນ 2-0 ເຊັດ ແຄເທີຣີນ ເບລລິສ 6-4, 6-0.
– ດາເຣຽ ກາຟຣິໂລວາ 2-1 ເຊັດ ຄາໂລໄຣ ກາເຊຍ 7-5, 3-6, 6-3.
– ວີນັສ ວິລລຽມ 2-0 ເຊັດ ລີເຊຍ ຊູເຣນໂກ 6-4, 6-3.
– ເອລິນາ ສະວິໂຕລິນາ 2-0 ເຊັດ ອະລິເຊ ກໍເນ 6-4, 7-6.
– ຄາໂຣລິນາ ພລິສໂຄວາ 2-0 ເຊັດ ລໍເຣຍ ເດວິສ 6-1, 6-1.
– ທິເມຍ ບາກຊິນສະກີ 2-0 ເຊັດ ບາໂບຣາ ສະຕຣາຍໂຄວາ 6-4, 6-2.
– ຈູເລຍ ຈໍເກສ 2-1 ເຊັດ ເຍເລນາ ແຍນໂຄວິດ 2-6, 7-6, 6-1.

