ປີ 2018 ລາວປະສົບໄພພິບັດທໍາມະຊາດຢ່າງຮ້າຍແຮງ

ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໃຫ້ຮູ້ວ່າ: ນັບແຕ່ກາງເດືອນກໍລະກົດຫາເດືອນກັນຍາ 2018, ເນື່ອງຈາກເປັນໄລຍະລະດູຝົນແລະ ລົມພະຍຸເຂດຮ້ອນຈໍານວນຫລາຍລູກພັດຜ່ານເຂົ້າມາ ສປປ ລາວ ຢ່າງລຽນຕິດ ເຊັ່ນ: ພາຍຸເຊີນຕີນ ແລະ ເບີບີນກາ ສົ່ງຜົນໃຫ້ມີຝົນຕົກຢ່າງຕໍ່ເນື່ອງເຮັດໃຫ້ແມ່ນໍ້າຕ່າງໆ ເປັນຕົ້ນ: ແມ່ນໍ້າຂອງ ແລະ ສາຂາຂອງມັນຍຶ່ງສູງຂື້ນລົ້ນຝັ່ງໄຫລເຂົ້າຖ້ວມພື້ນທີ່ຮາບຕໍ່າ, ສ່ວນເຂດພູດອຍກໍ່ເກີດມີນໍ້າປ່າໄຫລຊຸຖ້ວມບ້ານເຮືອນຂອງປະຊາຊົນ, ເຮັດໃຫ້ດິນເຈື່ອນ, ພື້ນຖານໂຄງລ່າງເປ່ເພເສຍຫາຍເປັນຈໍານວນຫລາຍສົ່ງຜົນກະທົບໂດຍກົງຕໍ່ຊີວິດແລະ ຊັບສິນຂອງປະຊາຊົນເສຍຫາຍຢ່າງຫລວງຫລາຍຄື: ຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ, ຊຽງຂວາງ, ຫົວພັນ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື, ມີ 115 ເມືອງ, 2.409 ບ້ານ, 131.507 ຄອບຄົວ, ມີຜູ້ເສຍຊີວິດ55 ຄົນ, ບາດເຈັບ 2 ຄົນແລະ ສູນຫາຍທີ່ຍັງບໍ່ທັນພົບເຫັນຈຳນວນໜຶ່ງ.ພ້ອມຍັງມີການລະບາດຂອງສັດຕູພືດ ເປັນຕົ້ນ: ການລະບາດຂອງຕັກແຕນຝູງໄມ້ປ່ອງຍັງສືບຕໍ່ເກີດຂຶ້ນຢູ່ 5 ແຂວງພາກເໜືອ (ແຂວງຜົ້ງສາລີ, ອຸດົມໄຊ, ຫລວງພະບາງ, ຫົວພັນ ແລະ ຊຽງຂວາງ), ໃນນັ້ນມີ 28 ເມືອງໄດ້ຮັບຜົນກະທົບໜັກ, ພິເສດໃນປີຜ່ານມາຢູ່ ແຂວງໄຊຍະບູລີ, ເຊກອງ ແລະ ແຂວງຫລວງນໍ້າທາມີສະພາບເພ້ຍຈັກຈັ່ນແລະຂີ້ໜູລະບາດໜັກທໍາລາຍຜົນລະປູກຂອງປະຊາຊົນເສຍຫາຍເປັນຈໍານວນບໍ່ໜ້ອຍສັງລວມແລ້ວມີ 3 ເຫດການໃຫຍ່ຄື: (1) ໃນວັນທີ 23 ກໍລະກົດ 2018 ຍ້ອນຝົນຕົກໜັກຕິດຕໍ່ຫລາຍວັນຈາກພະຍຸເຊີນຕິນ, ໄດ້ເຮັດໃຫ້ສັນເຂື່ອນເຊປຽນ-ເຊນ້ຳນ້ອຍແຕກຢູ່ເມືອງສະໜາມໄຊແຂວງອັດຕະປືສົ່ງຜົນກະທົບຕໍ່ 19 ບ້ານ, ມີຜູ້ເສຍຊີວິດ 40 ຄົນ, ຫາຍສາບສູນ 65 ຄົນ, ພຶ້ນຖານໂຄງລ່າງ ແລະອື່ນໆໄດ້ຮັບຄວາມເສຍຫາຍ. (2) ກໍເນື່ອງຈາກສະພາບຝົນຕົກໜັກຕິດຕໍ່ຫລາຍວັນຄື: ນັບແຕ່ວັນທີ 18-23 ກໍລະກົດ 2018 ໄດ້ເຮັດໃຫ້ເກີດນ້ຳຖ້ວມ,ດິນເຊາະເຈື່ອນທັບຖົມເຮືອນປະຊາຊົນໃນ 9 ເມືອງຂອງແຂວງຫລວງພະບາງຄື: ນະຄອນຫລວງພະບາງ, ຊຽງເງີນ, ພູຄູນ, ປາກແຊງ ແລະ ເມືອງອື່ນໆ,ມີຜູ້ເສຍຊີວິດ 10 ຄົນ ແລະ ສູນຫາຍ 3 ຄົນແລະ (3) ແມ່ນເຫດໄພນໍ້າຖ້ວມຢູ່ແຂວງຊຽງຂວາງຢ່າງຮຸນແຮງສົ່ງຜົນໃຫ້ມີຜູ້ເສຍຊີວິດ 4 ຄົນ,ພ້ອມທັງພື້ນຖານໂຄງລ່າງເປ່ເພເສຍຫາຍເປັນຈໍານວນຫລາຍ.

