ອາເມລິກາຕັ້ງເງື່ອນໄຂ ກ່ອນຖອນທະຫານອອກຈາກຊີຣີ

ທີ່ປຶກສາດ້ານຄວາມໝັ້ນຄົງຂອງທຳນຽບຂາວ ກ່າວວ່າ: ອາເມລິກາ “ຕ້ອງການຄວາມໝັ້ນໃຈ” ຈາກທຸກຝ່າຍທີ່ກ່ຽວຂ້ອງວ່າສະຖານະການຂອງກອງກຳລັງຊາວເຄີດໃນຊີຣີ “ຈະປອດໄພ” ກ່ອນການຖອນທະຫານ ແລະ ກຸ່ມ IS ເສຍໄຊແລ້ວ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ເນື່ອງຈາກການທີ່ປະທານາທິບໍດີ ໂດນັລ ທຣຳ ປະກາດໃນວັນທີ 19 ທັນວາປີຜ່ານມາ ເລື່ອງການຖອນທະຫານອາເມລິກາທີ່ມີຢູ່ທັງໝົດປະມານ 2.000 ຄົນ ອອກຈາກຊີຣີພາຍໃນໄລຍະເວລາ 30 ວັນ, ກ່ອນທີ່ອີກ 2 ອາທິດຕໍ່ມາໃຊ້ຄຳວ່າ: “ຄ່ອຍເປັນຄ່ອຍໄປ” ແລະ ຂະຫຍາຍໄລຍະເວລາເປັນ 120 ວັນ. ທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽບຂາວ ກ່າວລະຫວ່າງການຢ້ຽມຢາມອິດສະລາແອນ ໃນວັນທີ 6 ມັງກອນວ່າ: ການຖອນທະຫານຕ້ອງເກີດຂຶ້ນຕາມຄຳສັ່ງຂອງຜູ້ນຳອາເມລິກາ, ແຕ່ຈະຕ້ອງຕັ້ງຢູ່ບົນເງື່ອນໄຂທີ່ວ່າ: ກຸ່ມ IS ເສຍໄຊໝົດ ຈົນບໍ່ສາມາດຟື້ນຕົວກັບມາເປັນໄພຄຸກຄາມໄດ້ອີກ.
ຂະນະດຽວກັນ, ອາເມລິກາຕ້ອງການການຢືນຢັນຄວາມປອດໄພໃຫ້ກອງກຳລັງປ້ອງກັນຕົນເອງຊາວເຄີດ (YPG) ປັດຈຸບັນກຳລັງຢຶດຄອງພື້ນທີ່ທາງເໜືອຂອງຊີຣີ ແລະ ອາດມີການຮັກສາກຳລັງທະຫານໄວ້ບາງສ່ວນກ່ອນ ເພື່ອປ້ອງກັນກິດຈະກຳທາງທະຫານຂອງອີຣານໃນພື້ນທີ່ ໂດຍທ່ານ ໂບລຕັນ ກ່າວວ່າ: ຈະຫາລືເລື່ອງນີ້ກັບປະທານາທິບໍດີ ເຣເຊບ ເທຍິບ ເອີໂດກັນ ລະຫວ່າງການຢ້ຽມຢາມຕວກກີ ເຊິ່ງລັດຖະບານອັງກາຣາປະກາດລ່ວງໜ້າມາໄລຍະໜຶ່ງແລ້ວວ່າ: ກຽມປະຕິບັດການທາງທະຫານຝ່າຍດຽວໃນເຂດພາກເໜືອຂອງຊີຣີ ເພື່ອກວາດລ້າງ YPG ທີ່ຖືເປັນສ່ວນໜຶ່ງຂອງພັກຄົນງານເຄີດິສະຖານ (PKK) ເຊິ່ງສູ້ຮົບກັບກອງທັບຕວກກີມາກວ່າ 3 ທົດສະວັດ ເພື່ອແບ່ງແຍກດິນແດນບາງສ່ວນທາງຕອນໃຕ້ຂອງປະເທດ.

