ໂຮມເຂດເສດຖະກິດພິເສດ ສະຫວັນ-ເຊໂນ ແລະ ເຂດການຄ້າ ຊາຍແດນສະຫວັນເຂົ້າເປັນອັນດຽວ

ໃນຕອນເຊົ້າຂອງວັນທີ 31 ທັນວາ 2018 ນີ້, ຢູ່ທີ່ ຫ້ອງການປະຊຸມຂອງເຂດ ພິທີປະກາດໂຮມເຂດເສດ ຖະກິດ ພິເສດສະຫວັນ- ເຊໂນ ແລະ ເຂດການຄ້າ ຊາຍແດນ-ບ້ານ ແດນສະ ຫວັນເຂົ້າເປັນອັນດຽວກັນ, ໄດ້ມີຂຶ້ນໃນວັນທີ 31 ທັນ ວາ ຜ່ານມານີ້, ໂດຍການເຂົ້າຮ່ວມຂອງ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນມີທ່ານ ຮອງເຈົ້າ ແຂວງສະຫວັນນະເຂດ ແລະ ຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ- ເຊໂນ, ຫົວໜ້າເຂດການຄ້າຊາຍແດນ-ບ້ານແດນສະ ຫວັນ, ເຂົ້າຮ່ວມນຳດ້ວຍ.
ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງ ແຜນການ ແລະ ການລົງທຶນ ກໍໄດ້ຂຶ້ນຜ່ານມະຕິຕົກລົງ ຂອງ ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການ ລົງທຶນວ່າ: ອີງຕາມດຳລັດ ເລກທີ 3266/ກຜທ, ນະ ຄອນຫລວງວຽງຈັນ ລົງວັນທີ 28 ທັນວາ 2018, ດ້ວຍ ການໂຮມເຂດເສດຖະກິດ ດັ່ງ ກ່າວເຂົ້າຮ່ວມເປັນອັນ ໜຶ່ງອັນດຽວກັນນັບແຕ່ວັນທີ 31 ທັນວາ ເປັນຕົ້ນໄປໂດຍໃຫ້ທ່ານ ທອງໄສ ໄຊຍະວົງຄຳດີ ເປັນຜູ້ຊີ້ນຳລວມ.
ຈາກນັ້ນ, ທ່ານ ສຸພັນ ແກ້ວມີໄຊ ກໍໄດ້ໃຫ້ກຽດໂອ້ ລົມຕໍ່ພະນັກງານທັງສອງ ເຂດວ່າ: ເນື່ອງຈາກວ່າປະ ເທດລາວເຮົາເປັນປະເທດທີ່ ບໍ່ໃຫຍ່, ເສດຖະກິດຂະຫຍາຍໂຕບໍ່ສູງຖ້າທຽບໃສ່ປະເທດອື່ນ.
ດັ່ງນັ້ນເພື່ອເຮັດໃຫ້ການປະຕິບັດແນວທາງນະໂຍບາຍ ຈາກສູນກາງລົງທ້ອງຖິ່ນມີ ຄວາມສະດວກ ແລະ ເປັນເອກະພາບດ່ັງນັ້ນ, ການໂຮມ ເຂົ້າກັນໃນຄັ້ງນີ້ແມ່ນເປັນກຳລັງແຮງ, ເປັນໂອກາດດີ ໃນການພັດທະນາເສດຖະກິດ ຂອງແຂວງສະຫວັນນະເຂດກໍຄືປະເທດຊາດເຮົາ.
ສະນັ້ນ, ຫລັງຈາກທີ່ ໂຮມກັນເຂົ້າເປັນອັນໜຶ່ງອັນດຽວແລ້ວພະນັກງານທຸກຄົນ ຈົ່ງມີຄວາມສາມັກຄີ, ຊ່ວຍ ເຫລືອເຊິ່ງກັນ ແລະ ກັນຜັນ ຂະຫຍາຍທ່າແຮງທາງດ້ານເສດຖະກິດການລົງທຶນພາຍໃນແຂວງໃຫ້ມີຄວາມເຂັ້ມແຂງຍິ່ງຂຶ້ນ./.


