ນາຍົກລັດຖະມົນຕີ ຮ່ວມປະດັບຫລຽນໄຊ ແລະ ມອບໃບຍ້ອງຍໍໃຫ້ຄະນະນັກກິລາລາວທີ່ມີຜົນງານເດັ່ນລະດັບສາກົນ

ໃນວັນທີ 28 ທັນວາຜ່ານມານີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີສະຫລຸບຜົນສຳເລັດການເຂົ້າຮ່ວມງານມະຫາກຳກິລາເອຊຽນເກມ ຄັ້ງທີ 18, ກິລາເອຊຽນພາຣາເກມ ຄັ້ງທີ 12 ແລະ ການເຂົ້າຮ່ວມແຂ່ງຂັນຊີງແຊ້ມລະດັບສາກົນຕ່າງໆຂຶ້ນ ທີ່ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແລະ ມີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດ ພ້ອມດ້ວຍປະທານສະຫະພັນກິລາແຫ່ງຊາດ, ຄູຝຶກ ແລະ ນັກກິລາປະເພດຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.
ໃນໂອກາດນີ້, ທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດ ໄດ້ກ່າວລາຍງານຜົນສຳເລັດການເຂົ້າຮ່ວມງານກິລາລະດັບສາກົນຕ່າງໆໃນປີ 2018ຄື: ກິລາເອຊຽນເກມ ຄັ້ງທີ 18 ທີ່ນະຄອນຫລວງຈາກາຕາ ແລະ ເມືອງປາເລັມບັງ ປະເທດອິນໂດເນເຊຍ ໃນວັນທີ 18 ສິງຫາ ຫາວັນທີ 2 ກັນຍາ 2018 ລາວເຮົາສົ່ງກິລາເຂົ້າຮ່ວມແຂ່ງຂັນ 19 ປະເພດ ຈາກທັງໝົດ 40 ປະເພດກິລາ ສາມາດຍາດໄດ້ 2 ຫລຽນເງິນ 3 ຫລຽນທອງ ຈາກ 2 ປະເພດກິລາຄື: ກິລາປັນຈັກສີລັດປະເພດຕໍ່ສູ້ 1 ຫລຽນເງິນ ແລະ ໄດ້ຈາກກິລາກະຕໍ້ທີມຄູ່ຊາຍ ເຮັດໃຫ້ລາວເຮົາໄດ້ອັນດັບທີ 31 ຈາກ 45 ປະເທດເຂົ້າຮ່ວມ.
ສ່ວນກິລາຄົນພິການອາຊີ ຫລື ເອຊຽນພາຣາເກມ ຄັ້ງທີ 12 ທີ່ນະຄອນຫລວງຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 6-13 ຕຸລາ 2018 ລາວເຮົາສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 4 ປະເພດກິລາ: ໂກນບານ, ແລ່ນ, ຍົກນໍ້າໜັກ ແລະ ລອຍນໍ້າ ຈາກທັງໝົດ 18 ປະເພດກິລາ ໄດ້ 1 ຫລຽນຄຳປະຫວັດສາດຈາກ ທ້າວ ເປ້ຍ ເຫລົາພັກດີ ກິລາຍົກນໍ້າໜັກ ລຸ້ນ 49 ກິໂລ ເຮັດໃຫ້ລາວເຮົາໄດ້ອັນດັບທີ 26 ຈາກ 44 ປະເທດເຂົ້າຮ່ວມ.
ນອກນັ້ນທ້າຍປີ ນັກກິລາລາວເຮົາກໍສ້າງຫວັດສາດຍາດໄດ້ 2 ຫລຽນຄຳ 1 ຫລຽນເງິນ 1 ຫລຽນທອງ ຈາກການແຂ່ງຂັນກິລາກະຕໍ້ຊີງແຊ້ມໂລກ ຄັ້ງທີ 33 ທີ່ໂຄລາດ ປະເທດໄທ ມີ 45 ປະເທດເຂົ້າຮ່ວມ, ສ່ວນກິລາໂວວີນາມຂອງລາວເຮົາກໍສາມາດຍາດໄດ້ 1 ຫລຽນຄຳ 3 ຫລຽນເງິນ 2 ຫລຽນທອງ ໃນລາຍການແຂ່ງຂັນຊີງແຊ້ມອາຊຽນ ຄັ້ງທີ 5 ທີ່ນະຄອນຫລວງເນປີດໍ ປະເທດມຽນມາ.
ຈາກຜົນງານໃນຄັ້ງນີ້ ລັດຖະບານ ໄດ້ມອບຫລຽນໄຊແຮງງານ ຊັ້ນ 1 ໃຫ້ 14 ທ່ານ ແລະ 2 ກົມກອງ ຈາກກິລາກະຕໍ້ຊີງແຊ້ມໂລກ ແລະ ກິລາເອຊຽນພາຣາເກມ; ມອບຫລຽນໄຊແຮງງານຊັ້ນ 2 ໃຫ້ 26 ທ່ານ ແລະ 4 ກົມກອງ ຈາກກິລາເອຊຽນເກມ ແລະ ກິລາກະຕໍ້ຊີງແຊ້ມໂລກ; ມອບຫລຽນໄຊແຮງງານຊັ້ນ 3 ໃຫ້ 19 ທ່ານ ແລະ 1 ກົມກອງ ຈາກກິລາເອຊຽນເກມ ແລະ ກິລາໂວວີນາມຊີງແຊ້ມອາຊຽນ, ກະຕໍ້ຊີງແຊ້ມໂລກ ແລະ ຍິງປືນ. ມອບຫລຽນກາແຮງງານ 26 ຫລຽນ ຈາກການເຂົ້າຮ່ວມກິລາກເອຊຽນເກມ ແລະ ໂວວີນາມຊີງແຊ້ມອາຊຽນ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ 2 ທ່ານ ແລະ 21 ກົມກອງ ຈາກການເຂົ້າຮ່ວມກິລາເອຊຽນເກມ ແລະ ກະຕໍ້ຊີງແຊ້ມໂລກ.
ໂອກາດດັ່ງກ່າວ ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສິສຸລິດ ໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະນັກກິລາລາວຍາດມາໄດ້ ໂດຍສະເພາະນັກກິລາຄົນພິການລາວທີ່ສ້າງປະຫວັດສາດຄວ້າຫລຽນຄຳປະ ຫວັດສາດ ໃນງານກິລາເອຊຽນພາຣາເກມ 2018, ລັດຖະບານໄດ້ໃຫ້ຄວາມສຳຄັນດ້ານວຽກງານກິລາຕະຫລອດມາ ເພາະກິລາເປັນຜູ້ສ້າງຄົນ, ຄົນສ້າງຊາດ ເພື່ອສຸຂະພາບ, ສັນຕິພາບ ແລະ ມິດຕະພາບ ພ້ອມໄດ້ເນັ້ນໜັກໃຫ້ຄະນະນຳ, ຄູຝຶກ ແລະ ນັກກິລາທຸກຄົນສືບຕໍ່ບຸກບືນ ແລະ ພັດທະນາຕົນເອງໃຫ້ມີຜົນງານອັນໃຫມ່ໃຫຍ່ຫລວງກວ່າເກົ່າ.
ສຳລັບໃນປີ 2019 ຄະນະນັກກິລາລາວເຮົາກຽມເຂົ້າຮ່ວມງານລະດັບພາກພື້ນ ແລະ ສາກົນຫລາຍງານ ເປັນຕົ້ນຊີເກມ 2019, ການແຂ່ງຂັນຊີງແຊ້ມອາຊີ, ຊີງແຊ້ມໂລກຫລາຍປະເພດກິລາ ລວມທັງການແຂ່ງຂັນພາຍໃນທີ່ໃຫຍ່ທີ່ສຸດຄື: ກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງໃຫ້ປະສົບຜົນສຳເລັດສູງ.

