ພຽງ 3 ເດືອນ 6 ປະເທດແມ່ນ້ຳຂອງມ້າງຄະດີຢາເສບຕິດໄດ້ 7 ພັນກວ່າເລື່ອງ
ໃນກອງປະຊຸມສະຫລຸບການເຄື່ອນໄຫວວຽກງານຂອງສູນປະສານງານແມ່ນ້ຳຂອງປອດໄພ ທີ່ຈັດຂຶ້ນເມື່ອບໍ່ດົນນີ້ ຢູ່ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງ 6 ປະເທດຄື: ລາວ, ຈີນ, ໄທ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ໄດ້ຮ່ວມກັນສ້າງຕັ້ງສູນດັ່ງກ່າວໃນເດືອນກັນຍາ 2018 ເປັນຕົ້ນມາ, ເຈົ້າໜ້າທີ່ 6 ປະເທດໄດ້ປະສານສົມທົບກັນຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ແລະ ລັກລອບຂົນສົ່ງຢາເສບຕິດຂ້າມແດນ ໂດຍສາມາດມ້າງໄດ້ 7.410 ກວ່າເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 10.650 ກວ່າຄົນ ແລະ ຢຶດຂອງກາງຢາບ້າໄດ້ກວ່າ 148 ລ້ານເມັດ, ຢາໄອ 15.800 ກວ່າກິໂລ, ກັນຊາ 6.700 ກວ່າກິໂລ, ຝິ່ນ 735 ກິໂລ, ເຮໂຣອິນ 942 ກວ່າກິໂລ. ນອກນີ້ ຍັງມີແປ້ງຝຸ່ນສານເຄມີຜະລິດຢາເສບຕິດເຊັ່ນ: ສານເຟຕາມິນ, ມອກ ຟີນ, ແອສະຕາຊິນ ແລະ ສານເຄມີອັນຕະລາຍອື່ນໆເປັນຈຳນວນຫລາຍ.
ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຕີ ສົມຫວັງ ທຳມະສິດ ໄດ້ມີຄຳເຫັນຕໍ່ກອງປະຊຸມດັ່ງກ່າວວ່າ: ຢາເສບຕິດເປັນບັນຫາທີ່ຫລໍ່ແຫລມ, ມີການລັກລອບຂົນສົ່ງທັງທາງບົກ, ທາງນ້ຳ ແລະ ທາງອາກາດ ອັນໄດ້ເປັນໄພຂົ່ມຂູ່ຕໍ່ຄວາມສະຫງົບປອດໄພ ແລະ ຄວາມໝັ້ນຄົງຂອງຊາດ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ແລະ ຄູ່ຮ່ວມມືສາກົນໄດ້ຮ່ວມກັນສະກັດກັ້ນບັນຫາດັ່ງກ່າວໃຫ້ໝົດໄປຢ່າງເດັດຂາດ.

