ລາວ-ຫວຽດນາມເພີ່ມທະວີການຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ບິ່ງ ມິງ, ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ກະຊວງການຕ່າງປະເທດ ລາວ-ຫວຽດນາມຄັ້ງທີ 5 ປະຈໍາປີ 2018, ທີ່ ນະຄອນຫຼວງວຽງຈັນ, ລະຫວ່າງແຕ່ວັນທີ18-19 ທັນວານີ້, ເພື່ອເພີ່ມທະວີເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.
ໂອກາດດັ່ງກ່າວ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕ້ອນຮັບ ສະຫາຍ ຟ້າມ ບິ່ງ ມິງ ແລະ ພ້ອມກັນເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງດັ່ງກ່າວ. ໃນກອງປະຊຸມສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ບໍ່ວ່າຈະເປັນທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການຕ່າງປະເທດ ແລະ ດ້ານອື່ນໆ. ສອງຝ່າຍ ໄດ້ຕີລາຄາ ແລະ ທົບທວນຄືນຜົນການຮ່ວມມື ລະຫວ່າງ ສອງຝ່າຍໃນໄລຍະຜ່ານມາເຫັນວ່າ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ໂດຍມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກລະດັບ; ການແກ້ໄຂບັນຫາການຍົກຍ້າຍຕັ້ງພູມລຳເນົາ ແລະ ການສ້າງຄອບຄົວແບບບໍ່ຖືກຕ້ອງຕາມບໍລິເວນຊາຍແດນມີຄວາມຄືບໜ້າ ແລະ ຈະສູ້ຊົນເຮັດໃຫ້ວຽກງານດັ່ງກ່າວ ສຳເລັດໃນເດືອນມິຖຸນາ 2019; ສະພາບການຕາມບໍລິເວນຊາຍແດນ ສອງປະເທດ ໂດຍລວມແມ່ນມີສະຖຽນລະພາບ ແລະ ມີຄວາມສະຫງົບ, ປະຊາຊົນມີການໄປມາຫາສູ່, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ພ້ອມທັງຈະສືບຕໍ່ຮ່ວມກັນບູລະນະ ແລະ ສ້ອມແປງຫຼັກໝາຍຊາຍແດນ ທີ່ເປ່ເພເສຍຫາຍ, ຈັດກອງປະຊຸມ ທົບທວນຄືນການຈັດຕັ້ງປະຕິບັດວຽກງານທົດລອງ ຮູບແບບການກວດກາຜ່ານດ່ານ ເຂົ້າ-ອອກ “ປະຕູດຽວ, ຄັ້ງດຽວ” ຊຶ່ງດໍາເນີນມາໄດ້ 3 ປີ ແລ້ວ, ການລົງໄປກຳນົດເຂດອຳນາດສານຢູ່ເທິງຂົວຫ້ວຍສະເອິດ ແດນສະຫວັນ-ລາວບາວ ເນື່ອງຈາກຂົວດັ່ງກ່າວໄດ້ສຳເລັດການກໍ່ສ້າງແລ້ວ ແລະ ເອົາໃຈໃສ່ວຽກງານກວດກາ ສະກັດກັ້ນການກໍ່ສ້າງກິດຈະການຕ່າງໆ ທີ່ລະເມີດລະບຽບການຊາຍແດນ; ສອງຝ່າຍ ຈະສືບຕໍ່ຮ່ວມກັນແກ້ໄຂບັນດາຂໍ້ຫຍຸ້ງຍາກ, ຊຸກຍູ້ ແລະ ອຳນວຍຄວາມສະດວກ ເພື່ອເຮັດໃຫ້ຕົວເລກມູນຄ່າການຄ້າສອງປະເທດ ເພີ່ມຂຶ້ນໃຫ້ສົມຄູ່ກັບການຮ່ວມມືດ້ານການເມືອງທີ່ຢູ່ໃນລະດັບສູງຕະຫຼອດມາ; ການລົງທຶນຂອງຫວຽດນາມ ຢູ່ລາວ, ເຫັນວ່າຫຼາຍໂຄງການມີຄວາມຄືບໜ້າ ເຊັ່ນ: ໂຄງການທ່າເຮືອຫວຸ້ງອ່າງ, ຫໍສະພາແຫ່ງຊາດ, ເຂື່ອນຫຼວງພະບາງ, ສະໜາມບິນໜອງຄ້າງ, ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ໂຄງການທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸ້ງອ່າງ ເປັນຕົ້ນ (ຊຶ່ງຈັດຢູ່ໃນອັນດັບ 3 ຂອງການລົງທຶນຕ່າງປະເທດ ແລະ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ ແລະ ແກ້ໄຂຄວາມທຸກຍາກໃນ ສປປ ລາວ); ດ້ານການຮ່ວມມືລະຫວ່າງກະຊວງການຕ່າງປະເທດ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ກົນໄກການປຶກສາຫາລືດ້ານການເມືອງປະຈຳປີ ລະຫວ່າງ ສອງຝ່າຍ ເຮັດໃຫ້ມີການໄປມາຫາສູ່ກັນຫຼາຍຂຶ້ນ ແລະ ມີໂອກາດແລກປ່ຽນຄຳຄິດຄຳເຫັນນຳກັນຫຼາຍບັນຫາ ໃນທ່າມກາງສະພາບການພາກພື້ນ ແລະ ສາກົນ ທີ່ຜັນແປໄປຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ພ້ອມທັງ ເຫັນດີສືບຕໍ່ໃຫ້ມີການແລກປ່ຽນຊຶ່ງກັນ ແລະ ກັນຫຼາຍຂຶ້ນ ບໍ່ວ່າຈະເປັນຂັ້ນກົມ
ກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີດັ່ງກ່າວດຳເນີນໄປດ້ວຍບັນຍາກາດອັນສ້າງສັນ, ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງຈິງໃຈ ແລະ ກົງໄປກົງມາໃນທຸກບັນຫາ. ພາຍຫຼັງສຳເລັດກອງປະຊຸມ, ສອງຝ່າຍ ຍັງໄດ້ຈັດພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍ ຈາກລັດຖະບານ ລາວ ແລະ ສສ. ຫວຽດນາມ ໃຫ້ແກ່ບຸກຄົນ ແລະ ກົມກອງ ຂອງສອງກະຊວງດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າວຽກງານ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ທີ່ຜ່ານມາ, ຊຶ່ງລັດຖະບານ ສສ. ຫວຽດນາມໄດ້ ຕົກລົງປະດັບຫຼຽນ ໃຫ້ແກ່ຝ່າຍລາວ ຄື: ຫຼຽນໄຊເອກະລາດຊັ້ນ II ມີ 1 ທ່ານ, ຫຼຽນໄຊເອກະລາດຊັ້ນ III ຈໍານວນ 3 ທ່ານ, ຫຼຽນໄຊແຮງງານຊັ້ນ I ມີ 1 ກົມກອງ, ຫຼຽນໄຊແຮງງານຊັ້ນ II ມີ 5 ກົມກອງ, ຫຼຽນໄຊແຮງງານຊັ້ນ III ມີ 10 ກົມກອງ ແລະ 9 ທ່ານ, ຫຼຽນໄຊມິດຕະພາບມີ 8 ທ່ານ, ຫຼຽນກາມິດຕະພາບ ມີ 3 ທ່ານ ແລະ ໃບຍ້ອງຍໍລັດຖະບານອີກດ້ວຍ. ສ່ວນລັດຖະບານແຫ່ງ ສປປ ລາວ ຕົກລົງເຫັນດີປະດັບຫຼຽນໃຫ້ແກ່ຝ່າຍ ຫວຽດນາມ ຄື: ຫຼຽນໄຊອິດສະຫຼະ ຊັ້ນ II ຈໍານວນ 1 ທ່ານ, ຫຼຽນໄຊອິດສະຫຼະ ຊັ້ນ III ຈໍານວນ 2 ທ່ານ, ຫຼຽນແຮງງານ ຊັ້ນ II ຈໍານວນ 1 ກົມກອງ ແລະ 1 ທ່ານ, ຫຼຽນໄຊແຮງງານ ຊັ້ນ III, ຈໍານວນ 4 ກົມກອງ ແລະ 2 ທ່ານ, ຫຼຽນໄຊມິດຕະພາບ ຈໍານວນ 11 ກົມກອງ ແລະ 3 ທ່ານ, ຫຼຽນກາມິດຕະພາບ ຈໍານວນ 4 ທ່ານ ແລະ ໃບຍ້ອງຍໍຂັ້ນລັດຖະບານ ຈໍານວນ 6 ທ່ານ.

