ທ່ານ ທຣຳ ປະກາດຖອນທະຫານ ອາເມລິກາທັງໝົດອອກຈາກຊີຣີ

ປະທານາທິບໍດີ ໂດນັລ ທຣຳ ປະກາດວ່າອາເມລິກາຈະ “ຖອນທະຫານທັງໝົດ” ອອກຈາກຊີຣີ ໂດຍໃຫ້ເຫດຜົນວ່າເພາະພາລະກິດຕໍ່ຕ້ານກຸ່ມ IS “ປະສົບຜົນສຳເລັດ”.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ໂດນັລ ທຣຳ ປະກາດຜ່ານທະວິດເຕີໃນວັນທີ 19 ທັນວາວ່າ: ອາເມລິກາມີໄຊຊະນະທາງທະຫານຕໍ່ກຸ່ມ IS ໃນຊີຣີແລ້ວ ເນື່ອງຈາກພາລະກິດສຳເລັດ ແລະ ລຸລ່ວງເປັນທີ່ຮຽບຮ້ອຍ, ທ່ານຈຶ່ງສັ່ງໃຫ້ກະຊວງປ້ອງກັນປະເທດພາ “ທະຫານອາເມລິກາທັງໝົດ” ເຊິ່ງປະຈຳການຢູ່ໃນຊີຣີໃຫ້ເດີນທາງກັບປະເທດ.
ອາເມລິກາເລີ່ມມີບົດບາດທາງທະຫານຕໍ່ສົງຄາມໃນຊີຣີທີ່ກຳລັງຍືດເຍື້ອເຂົ້າສູ່ປີທີ 8 ນັບແຕ່ປີ 2010 ແລະ ຊັດເຈນຂຶ້ນເມື່ອທ່ານ ທຣຳ ສັ່ງໃຫ້ເຮືອພິຂາດລະດົມຍິງລູກສອນໄຟໂຈມຕີຖານທັບອາກາດແຫ່ງໜຶ່ງໃນພາກຕາເວັນຕົກຂອງຊີຣີ ໃນເດືອນເມສາ 2017 ດ້ວຍຂໍ້ກ່າວຫາວ່າເປັນສາງເກັບອາວຸດເຄມີໂຈມຕີປະຊາຊົນ ໂດຍລົດຫຸ້ມເກາະ, ເຮືອບິນ ແລະ ເຮືອຮົບສ່ວນຫລາຍທີ່ອາເມລິກາໃຊ້ປະຕິບັດການທາງທະຫານໃນຊີຣີມາຈາກຖານທັບທີ່ມີຢູ່ໃນຫລາຍປະເທດເຂດຕາເວັນອອກກາງ ລວມທັງອີຣັກ ແລະ ກາຕາ, ປັດຈຸບັນມີທະຫານອາເມລິກາຢູ່ໃນຊີຣີປະມານ 2.500 ຄົນ ສ່ວນຫລາຍຢູ່ທາງຕອນເໜືອຂອງຊີຣີ ເຮັດໜ້າທີ່ຝຶກອົບຮົມ ແລະ ໃຫ້ຄຳແນະນຳກອງກຳລັງທ້ອງຖິ່ນຕໍ່ສູ້ກັບ IS.

