ສສຊ ບໍ່ເຫັນດີໃຫ້ຄົນຕ່າງປະເທດ ຊື້ສິດນຳໃຊ້ທີ່ດິນຢູ່ ສປປ ລາວ

ຂ່າວສານປະເທດລາວລາຍງານວ່າ:ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະເໜີ ໃຫ້ສະພາແຫ່ງຊາດ ພິຈາລະນາຄືນ ກ່ຽວກັບການຊື້-ຂາຍສິດນຳໃຊ້ທີ່ດິນຂອງລັດແບບມີກຳນົດເວລາ ໃນມາດຕາ 96 ຂອງຮ່າງທາບທາມກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ທີ່ລະບຸວ່າ: ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດສາມາດຊື້ໄດ້ພາຍໃນກຳນົດເວລາບໍ່ເກີນ 50 ປີ ແລະ ສາມາດຊື້ໄດ້ອີກ 1 ຄັ້ງແຕ່ບໍ່ໃຫ້ເກີນກຳນົດເວລາ 40 ປີ, ຊຶ່ງເຫັນວ່າຍັງບໍ່ທັນມີຄວາມເໝາະສົມໂດຍສະເພາະແມ່ນການຂາຍກຳມະສິດທີ່ດິນ ໃຫ້ກັບຄົນຕ່າງປະເທດ.
ປະມານ 90% ຂອງ ສສຊ ຈໍານວນທັງໝົດ 29 ທ່ານທີ່ປະກອບຄໍາເຫັນໃສ່ຮ່າງກົດໝາຍສະ ບັບນີ້ ໃນວັນທີ 18 ທັນວານີ້ ແມ່ນບໍ່ເຫັນດີ ທີ່ຈະຂາຍສິດນຳໃຊ້ທີ່ດິນໃຫ້ກັບຄົນຕ່າງປະເທດ ແລະ ຢາກໃຫ້ມີການຄົ້ນຄວ້າພິຈາລະນາຄືນ ໃຫ້ລະອຽດເລິກເຊິ່ງກວ່າເກົ່າ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ກໍຄື ປະເທດຊາດ.
ໃນຂະນະດຽວກັນ, ກໍສະເໜີໃຫ້ທົບທວນ, ສຶກສາຢ່າງກວ້າງຂວາງ ແລະ
ເລິກເຊິ່ງ ເພາະການທີ່ເຮົາເປີດກວ້າງການຊື້-ຂາຍ ສິດນຳໃຊ້ທີ່ດິນຂອງລັດ ແບບມີກຳນົດເວລາ
ຈະມີຜົນກະທົບນັບທັງທາງດ້ານລົບ
ແລະ ດ້ານບວກຂອງມັນເພາະ ການກໍານົດນະໂຍບາຍຕ່າງໆ ຕ້ອງໃຫ້ສອດຄ່ອງກັບບັນດາກົດໝາຍອື່ນໆທີ່ກ່ຽວຂ້ອງ
ໂດຍສະເພາະແມ່ນກົດໝາຍສົ່ງເສີມການລົງທຶນ ໃນມາຕາດ 16
ເລື່ອງການໃຫ້ນະໂຍບາຍສິດນຳໃຊ້ທີ່ດິນຂອງການລົງທຶນຕ່າງປະເທດ ຊຶ່ງອະນຸຍາດສະເພາະແຕ່ທີ່ດິນທີ່ລັດກຳນົດໄວ້
ແລະ ບໍ່ໄດ້ກຳນົດວ່າ ໃຫ້ມີສິດຊື້ສິດນຳໃຊ້ຈາກພົນລະເມືອງລາວ. ຖ້າຫາກກົດໝາຍສະບັບນີ້, ຈະມີການກຳນົດ
ຢາກໃຫ້ຄຳນຶງເຖິງຫລາຍໆກົດໝາຍ ແລະ ຢາກໃຫ້ຈຳກັດເຂົ້າຕື່ມ ວ່າຜູ້ມີສິດຊື້ ແລະ
ມີສິດນຳໃຊ້ ຈາກພົນລະເມືອງລາວ ຕ້ອງເປັນນັກລົງທຶນທີ່ໄດ້ຮັບການອະນຸຍາດການລົງທຶນຈາກລັດຖະບານ
ເພື່ອຫລີກລ້ຽງຜົນກະທົບໃນການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງ.

ໃນຂະນະດຽວກັນ ສສຊ ທ່ານໜຶ່ງກ່າວວ່າ: ຂ້າພະເຈົ້າບໍ່ເຫັນດີໃຫ້ຄົນຕ່າງປະເທດ ຊື້ສິດນຳໃຊ້ທີ່ດິນຢູ່ໃນປະເທດເຮົາ, ແມ່ນຢູ່ໄລຍະນີ້ແມ່ນໄລຍະການພັດທະນາ, ມີຄວາມຕ້ອງການເງິນເຂົ້າໃນການພັດທະນາ ແຕ່ເຮົາຄວນຄຳນຶງເຖິງອະນາຄົດ ຖ້າຫາກວ່າເຮົາອະນຸຍາດໃຫ້ຄົນຕ່າງປະເທດມາຊື້ດິນ ແນ່ນອນເຂົາເຈົ້າມີເງິນພຽງພໍ ກໍຈະສາມາດຊື້ເອົາບ່ອນໃດກໍໄດ້ຕາມທີ່ຕ້ອງການ, ຊຶ່ງຈະເຮັດໃຫ້ປະຊາ ຊົນລາວ ມີຄວາມຫຍຸ້ງຍາກລຳບາກ. ສະນັ້ນ, ຢາກໃຫ້ພິຈາລະນາຄືນຢ່າງລະອຽດສໍາລັບກົດໝາຍທີ່ດິນສະບັບປັບປຸງນີ້.

