ນາຍົກລັດຖະມົນຕີແບນຊິກ ສະເໜີຕົວລາອອກຈາກຕຳແໜ່ງ

ທ່ານ ຊາລ ມິເຊລ ສະເໜີຕົວລາອອກຈາກຕຳແໜ່ງນາຍົກລັດຖະມົນຕີແບນຊິກ ຫລັງລັດຖະບານຕົກຢູ່ໃນສະຖານະສຽງສ່ວນໜ້ອຍ ເມື່ອພັກຮ່ວມລັດຖະບານຂະໜາດໃຫຍ່ທີ່ສຸດຖອນຕົວຈາກຂໍ້ຂັດແຍ່ງເລື່ອງຂໍ້ຕົກລົງຜູ້ອົບພະຍົບຂອງ UN.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ຊາລ ມິເຊລ ເດີນທາງໄປພະລາດຊະວັງ ເຊິ່ງຕັ້ງຢູ່ນອກນະຄອນຫລວງບຣຸກແຊນ ໃນຄືນວັນທີ 18 ທັນວາ ເພື່ອເຂົ້າພົບພະຣາຊາທິບໍດີຟີລິບ ໂດຍທ່ານ ມິເຊລ ອາຍຸ 42 ປີ ໄດ້ຍື່ນໜັງສືຂໍລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ຫລັງຢູ່ໃນຕຳແໜ່ງມາແຕ່ເດືອນຕຸລາ 2014. ເຖິງຢ່າງໃດກໍຕາມ, ສຳນັກພະລາດຊະວັງອອກຖະແຫລງການໃນເວລາຕໍ່ມາວ່າ: ພະຣາຊາທິບໍດີຟີລິບ ຍັງບໍ່ທັນຕັດສິນໃຈວ່າຈະອະນຸຍາດ ຫລື ບໍ່.
ການສະເໜີລາອອກຈາກຕຳແໜ່ງນາຍົກລັດຖະມົນຕີຂອງທ່ານ ມິເຊລ ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫລັງການລົງມະຕິບໍ່ໄວ້ວາງໃຈຂອງສະພາຜູ້ແທນລາຊະດອນ ທ່າມກາງຄວາມວຸ້ນວາຍພາຍໃນພັກລັດຖະບານປະສົມຂອງແບນຊິກ ເມື່ອພັກສະຫະພາບ (N-VA) ເປັນພັກຮ່ວມລັດຖະບານຂະໜາດໃຫຍ່ທີ່ສຸດ ຖອນຕົວໃນອາທິດຜ່ານມາ ສົ່ງຜົນໃຫ້ລັດຖະບານຊຸດປັດຈຸບັນກາຍເປັນສຽງສ່ວນໜ້ອຍທັນທີ.
ທັງນີ້, ພັກ N-VA ບໍ່ພໍໃຈທີ່ທ່ານ ມິເຊລ ນຳພາລັດຖະບານແບນຊິກຮ່ວມລົງນາມຮັບຮອງໃນຂໍ້ຕົກລົງສາກົນ ວ່າດ້ວຍການໂຍກຍ້າຍຖິ່ນຖານທີ່ປອດໄພ, ເປັນລະບຽບ ແລະ ເປັນປົກກະຕິ (GCM) ຂອງສະຫະປະຊາຊາດ (UN) ທີ່ຈັດຂຶ້ນຢູ່ເມືອງມາຣາເກຊ ຂອງໂມຣັອກໂກ ໃນອາທິດຜ່ານມາ ໂດຍພັກ N-VA ໃຫ້ເຫດຜົນວ່າ: ຂໍ້ຕົກລົງດັ່ງກ່າວຈະຍິ່ງເພີ່ມຈຳນວນ “ຜູ້ອົບພະຍົບຜິດກົດໝາຍ” ໃນປະເທດ.

