ຝຣັ່ງຈະເລີ່ມເກັບພາສີດິຈີຕອນ 1 ມັງກອນນີ້

ທ່ານ ບຣູໂນ ເລີແມ ລັດຖະມົນຕີການເງິນຝຣັ່ງ ກ່າວວ່າ: ຝຣັ່ງຈະເກັບພາສີດິຈີຕອນກັບບໍລິສັດອິນເຕີເນັດ ແລະ ບໍລິສັດເຕັກໂນໂລຊີລາຍໃຫຍ່ນັບແຕ່ວັນທີ 1 ມັງກອນປີໜ້າເປັນຕົ້ນໄປ. ຂະນະທີ່ສະຫະພາບເອີຣົບ (EU) ຍັງບໍ່ໄດ້ຂໍ້ສະຫລຸບໃນການເກັບພາສີດັ່ງກ່າວ.
ຝຣັ່ງຊຸກຍູ້ມາໂດຍຕະຫລອດຈະຊຸກຍູ້ພາສີໃໝ່ເອີ້ນວ່າ: ກາຟາແທກ ເຊິ່ງຕັ້ງຊື່ຈາກອັກສອນໂຕທຳອິດຂອງ Google, Apple, Facebook ແລະ Amazon ເພື່ອໃຫ້ບໍລິສັດດິຈີຕອນຍັກໃຫຍ່ໄດ້ຈ່າຍພາສີຢ່າງຖືກຕ້ອງເປັນທຳໃນການເຮັດທຸລະກິດຂະໜາດໃຫຍ່ຢູ່ເອີຣົບ. ທ່ານ ເລີແມ ຖະແຫລງຂ່າວຢູ່ປາຣີວ່າ: ຝຣັ່ງຈະເກັບພາສີດິຈີຕອນນັບແຕ່ວັນທີ 1 ມັງກອນນີ້ເປັນຕົ້ນໄປ ເຊິ່ງຄາດວ່າໃນປີ 2019 ຈະມີຈຳນວນ 500 ລ້ານເອີໂຣ. ນອກຈາກນີ້ ບໍລິສັດຈະຕ້ອງຈ່າຍພາສີລາຍໄດ້ຈາກໂຄສະນາ, ເວັບໄຊ ແລະ ພາສີຂາຍຕໍ່ຂໍ້ມູນສ່ວນບຸກຄົນ. ສ່ວນຕາມກົດໝາຍ EU ບໍລິສັດເຕັກໂນໂລຊີຍັກໃຫຍ່ອາເມລິກາເຊັ່ນ: ກູເກິລ ແລະ ເຟສບຸກ ສາມາດເລືອກລາຍງານຜົນປະກອບການກັບປະເທດສະມາຊິກ EU ໃດກໍໄດ້ ເຮັດໃຫ້ບໍລິສັດໃຫຍ່ເລືອກປະເທດທີ່ເກັບພາສີໃນອັດຕາຕໍ່າເຊັ່ນ: ອຽກລັງ, ໂຮນລັງ ແລະ ລຸກຊຳບວກ. ການເກັບພາສີບໍລິສັດຍັກໃຫຍ່ທີ່ມີລາຍໄດ້ປີລະຫລາຍຮ້ອຍລ້ານໂດລາໃນອັດຕາຕໍ່າສ້າງຄວາມບໍ່ພໍໃຈຕໍ່ຜູ້ມີສິດເລືອກຕັ້ງໃນເອີຣົບຫລາຍປະເທດ, ແຕ່ສະມາຊິກ EU 28 ປະເທດຍັງສຽງແຕກໃນວິທີການເກັບພາສີດັ່ງກ່າວ.

