ເປີດນຳໃຊ້ລະບົບເສຍພາສີທີ່ດິນຜ່ານທະນາຄານ

ພິທີເປີດນຳໃຊ້ລະບົບເສຍພາສີທີ່ດິນຜ່ານທະນາຄານການຄ້າຕ່າງປະເທດລາວ ແລະ ທະນາຄານອື່ນໆ ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງີນ, ທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ.
ຫົວໜ້າກົມສ່ວຍສາອາກອນກະຊວງການເງິນ ໃຫ້ຮູ້ວ່າ: ໃນຕົ້ນເດືອນທັນວານີ້, ກະຊວງການເງີນໄດ້ນຳສະເຫນີລະບົບຄຸ້ມຄອງວຽກງານເກັບລາຍຮັບສ່ວຍສາອາກອນທີ່ທັນສະໄໝ ເຊິ່ງເອີ້ນວ່າ: ລະບົບຂໍ້ມູນຂ່າວສານຄຸ້ມຄອງອາກອນ Tax RIS ເປັນລະບົບປ່ຽນແທນ TMIS ທີ່ນຳໃຊ້ຢູ່ປັດຈຸບັນ, ເປັນລະບົບທີ່ຄຸ້ມຄອງແບບຄົບຊຸດເລີ່ມຕັ້ງແຕ່ຂໍ້ມູນຜູ້ເສຍອາກອນ, ການແຈ້ງ-ມອບອາກອນດ້ວຍຕົນເອງຂອງຜູ້ເສຍອາກອນຜ່ານລະບົບທະນາຄານ, ຊຶ່ງໃນໄລຍະຜ່ານມາ, ການເກັບພາສີທີ່ດິນໄດ້ມອບຄວາມຮັບຜິດຊອບໂດຍກົງໃຫ້ອົງການປົກຄອງບ້ານ, ໂດຍສະເພາະການເງິນ ໂດຍການຊີ້ນຳ ແລະ ກວດກາຂອງ ສ່ວຍສາອາກອນເມືອງ ແລະ ອົງການປົກຄອງທ້ອງຖິ່ນ, ເຫັນວ່າມີສິ່ງທ້າທາຍຫລາຍປະການ, ຖ້າທຽບໃສ່ສະຖິຕິຕອນດິນ ແລະ ຄິດໄລ່ກັບທີ່ຂອງບ່ອນດິນຕັ້ງຢູ່ ແລະ ອື່ນໆ, ໂດຍລາຍຮັບທີ່ີເກີດຈາກການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທີ່ດິນສະເລ່ຍປະມານ 1-2 ສ່ວນຮ້ອຍຂອງ GDP, ກົງກັນຂ້າມການເກັບລາຍຮັບທີ່ດິນຜ່ານມາມີພຽງ 0,13% ຍ່ອນກົນໄກການເກັບ ແລະ ວິທີການຊຳລະຍັງບໍ່ທັນເປັນເອກະພາບ ແລະ ບໍ່ສອດຄ່ອງກັບນິຕິກຳທີ່ກຳນົດໄວ້.
ຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ໃຫ້ຮູ້ວ່າ: ການໃຫ້ບໍລິການຮັບຊຳລະຄ່າພາສີທີ່ດິນຜ່ານລະບົບທະນາຄານລະຫວ່າງກົມສ່ວຍສາອາກອນກັບທະນາຄານການຄ້າຕ່າງປະເທດລາວ ແລະ 6 ທະນາຄານທີ່ເຂົ້າຮ່ວມໂຄງການນີ້, ຊຶ່ງລູກຄ້າສາມາດຊຳລະພາສີທີ່ດິນຜ່ານລະບົບເອເລັກໂຕນິກ, ຜ່ານແອັບ BCEL ONE, ປ່ອງບໍລິການຂອງທະນາຄານໃນທົ່ວລະບົບ, ຊຶ່ງຈະເປັນການອຳນວຍຄວາມສະດວກແກ່ສັງຄົມໄດ້ເປັນຢ່າງດີ.

