ໜ້າທີ່ ແລະ ຄວາມສຳຄັນຂອງກະເພາະອາຫານທີ່ຄວນຮູ້

ກະເພາະອາຫານ ເປັນອະໄວຍະວະທີ່ມີຄວາມສຳຄັນໃນລະບົບຍ່ອຍອາຫານ ເມື່ອຮັບອາຫານຢູ່ຫລອດອາຫານມາແລ້ວຈະເຮັດການເກັບມ້ຽນ ແລະ ໃນຂະນະທີ່ເກັບມ້ຽນກໍຍ່ອຍອາຫານໃຫ້ມີຂະໜາດນ້ອຍເປັນຂອງແຫລວອ່ອນ ຈຶ່ງປ້ອນເຂົ້າສູ່ລຳໄສ້ຢ່າງຊ້າໆ. ກະເພາະອາຫານຈະມີລັກສະນະທີ່ຄ້າຍກັບໂຕອັນສອນ J ໃນພາສາອັງກິດ, ມີຂະໜາດບັນຈຸໄດ້ຕັ້ງແຕ່ 1.200 – 4.000 ມິນລີລິດ ຫາກໄດ້ຮັບອາຫານກໍຈະມີການຂະຫຍາຍໃຫ້ໃຫຍ່ຂຶ້ນ ແລະ ຮູບຮ່າງກໍຈະປ່ຽນໄປ, ບໍລິເວນທີ່ຢູ່ອ້ອມເບື້ອງຊ້າຍຂອງກາງເອິກ ໃຕ້ກະບັງລົມ ພາຍໃນຈະມີນຳ້ຍ່ອຍ ແລະ ນຳ້ເມືອກ, ກ້າມຊີ້ນກະເພາະອາຫານຈະມີການຫົດໂຕຢູ່ຕະ ຫລອດເວລາເພື່ອປ້ອນອາຫານໄປຍັງລຳໄສ້ນ້ອຍ.
– ກະເພາະອາຫານມີການແບ່ງເປັນ 4 ພາກສ່ວນດັ່ງນີ້ :
1. Cardia :ເປັນພາກສ່ວນທີ່ຢູ່ກັບຫລອດອາຫານ, ມີຫູຮູດເປັນໂຕກັ້ນລະຫ່ວາງຫລອດອາຫານ.
2. Fundns :ເປັນພາກສ່ວນຂອງກະເພາະອາຫານ ເມື່ອເຮົາຢືນ ຫລື ນັ່ງຈະເຮັດໃຫ້ອາຫານລົງມາ ຈຶ່ງມັກມີລົມຢູ່ ຫາກນອນຫງາຍຈະມີນຳ້ ແລະ ອາຫານຄ້າງຢູ່ພາກສ່ວນນີ້.
3. Body :ເປັນບ່ອນທີ່ມີຂະໜາດໃຫຍ່ທີ່ສຸດຂອງກະເພາະອາຫານຢູ່ທາງກາງ ເປັນສ່ວນທີ່ກົ່ງລົງໜ້ອຍໜຶ່ງ.
4. Pylorus :ເປັນພາກສ່ວນທີ່ຕໍ່ຈາກ Body ມີແຍກເປັນ 2 ພາກສ່ວນຄື : Pxloricເປັນທໍ່ແຄບ ເຊິ່ງເປັນພາກສ່ວນສຳຄັນ ໃນການປ້ອນອາຫານເຂົ້າສູ່ລຳໄສ້ນ້ອຍ.
– ໜ້າທີ່ຂອງກະເພາະອາຫານປະກອບມີ :
1. ເກັບອາຫານໄວ້ຊົ່ວຄາວ ແລະ ປ້ອນໄປຍັງລຳໄສ້ນ້ອຍ.
2. ເຮັດໜ້າທີ່ຍ່ອຍໂດຍໃຊ້ນຳ້ຍ່ອຍເຮັດໃຫ້ນ້ອຍ ແລະ ມີເມືອກ ເຮັດໃຫ້ອາຫານເໝາະສົມຕໍ່ການປ້ອນໄປຍັງລຳໄສ້ນ້ອຍ.
3. ເຮັດການຢືດຫົດ ແລະ ປ່ອຍອາຫານເຂົ້າໄປຍັງລຳໄສ້ນ້ອຍຢ່າງຊ້າໆ.
– ສ່ວນປະກອບຂອງນຳ້ຍ່ອຍໃນກະເພາະອາຫານ :
1. HCI :ເປັນກົດເກືອ, ມີເອັນໄຊ ຊື່ : Rennin ປ່ຽນສະພາບເປັນ Pepsin.
2. Pepsin.
3. Rennin ເຮັດໃຫ້ນົມຕົກຕະກອນ.
4. Gastric Lipase ເຮັດໜ້າທີ່ຊ່ວຍຍ່ອຍ.
5. Mucous ໄລ່ອອກມາເປັນນຳ້ເມືອກ.
– ການເຮັດວຽກຂອງກະເພາະອາຫານ : ເມື່ອມີອາຫານເຂົ້າມາໃນກະເພາະອາຫານຈະມີການຂະຫຍາຍຕາມປະລິມານຂອງອາຫານທີ່ໄດ້ຮັບເຂົ້າມາ ຫາກໄດ້ຮັບອາຫານຫລາຍກ່ວາ 1 ລິດ ຈະເຮັດໃຫ້ກະເພາະມີຄວາມດັນສູງ ແລະ ຈະເຮັດໃຫ້ຮູ້ສຶກແໜ້ນ ແລະ ປວດ ເມື່ອໄດ້ຮັບມາກໍຈະໂຮມເຂົ້າກັບນຳ້ຍ່ອຍ ຖ້າອາຫານອ່ອນ ການຍ່ອຍຈະຖືກດຳເນີນໄປໄດ້ໄວ ປະມານ 1 – 2 ຊົ່ວໂມງເທົ່ານັ້ນ ຖ້າເປັນອາຫານຫຍາບ ອາດຈະໃຊ້ເວລາເຖິງ 5 ຊົ່ວໂມງ ເຊິ່ງນຳ້ຍ່ອຍທີ່ປ່ອຍອອກມາຕະຫລອດບໍ່ຢຸດ ຂຶ້ນຢູ່ກັບອາຫານທີ່ມີຢູ່ຫລືບໍ່ ຫາກມີກໍຈະປ່ອຍອອກມາຫລາຍ ຫາກບໍ່ມີກໍຈະປ່ອຍອອກມາໜ້ອຍ ເມື່ອບໍ່ມີອາຫານ ກະເພາະຈະວ່າງ ແລະ ຫົດໂຕຫລາຍຂຶ້ນ ແລະ ຈະມີນຳ້ຕານທີ່ບໍ່ໄດ້ຍ່ອຍ ເຊິ່ງກໍຈະເຮັດໃຫ້ເກີດອາການຫິວ.

