ລາວ-ຈີນແລກປ່ຽນບົດຮຽນວຽກງານກວດກາ

“ສະພາບການກໍ່ສ້າງແບບແຜນທີ່ດີຂອງພັກ, ການກໍ່ສ້າງລັດທີ່ປອດໃສ, ການຕໍ່ສູ້ຕ້ານການສໍ້ລາດບັງຫລວງ ແລະ ວຽກງານກວດກາພັກ-ລັດ” ແມ່ນຫົວຂໍ້ສຳຄັນຂອງກອງປະຊຸມພົບປະແລກປ່ຽນບົດຮຽນວຽກງານກວດກາ ລະຫວ່າງ ລາວ-ຈີນ ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ.
ໃນກອງປະຊຸມ, ທ່ານນາງ ຫູລຊີ ຄະນະປະຈຳຄະນະກວດກາລະບຽບວິໄນສູນກາງພັກກອມມູນິດຈີນ, ກຳມະການຄະນະກວດກາແຫ່ງຊາດຈີນ ໄດ້ຍົກໃຫ້ເຫັນວ່າ: ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ XVIII ຂອງພັກກອມມູນິດຈີນເປັນຕົ້ນມາ, ການປັບປຸງແບບແຜນວິທີການເຮັດວຽກຂອງພັກກອມມູນິດຈີນ ແລະ ການປັບປຸງນິຕິກຳຕ່າງໆກ່ຽວກັບລະບຽບ ແລະ ຮູບການກໍ່ສ້າງພັກ ແລະ ສະມາຊິກພັກ ໄດ້ສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ໂດຍສະເພາະແມ່ນການແກ້ໄຂບັນຫາ 4 ລັດທິຄື: ລັດທິຮູບການ, ລັດທິອາຍາສິດ, ລັດທິຂີ້ຄ້ານ ແລະ ລັດທິຟຸມເຟືອຍ ລວມທັງການສືບສວນ-ສອບສວນຕໍ່ 7 ບັນຫາທີ່ບໍ່ປະຕິບັດລະບຽບວິໄນທາງດ້ານການເມືອງຄື: ແຕ່ງຕັ້ງພະນັກງານທີ່ໃກ້ຊິດສະໜິດສະໜົມຕົນເອງ, ສ້າງພັກພວກ, ການໃສ່ຮ້າຍປ້າຍສີຜູ້ອື່ນ, ການຊື້ຄະແນນສຽງໃຫ້ຄຳໝັ້ນສັນຍາວ່າຈະໄດ້ເປັນເຈົ້າເປັນນາຍ, ບໍ່ເປັນເອກະພາບກັບສູນກາງ ແລະ ສົງໄສຄວາມຖືກຕ້ອງຂອງສູນກາງ ແລະ ການຕຳນິຕິຊົມເຊິ່ງກັນ ແລະ ກັນ. ນອກນີ້ ພັກກອມມູນິດຈີນ ຍັງໄດ້ກຳນົດ 8 ຂໍ້ໃນການຄຸ້ມຄອງພັກຢ່າງເຂັ້ມງວດຄື: ຖືເອົາການກໍ່ສ້າງພັກທາງການເມືອງເປັນອັນດັບໜຶ່ງ, ເພີ່ມຄວາມເຂັ້ມແຂງຂອງທົ່ວພັກ ດ້ວຍແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ກໍ່ສ້າງຖັນແຖວພະນັກງານວິຊາການທີ່ມີຄຸນທາດການເມືອງສູງ, ເສີມສ້າງອົງການຈັດຕັ້ງຂັ້ນຮາກຖານ, ເນັ້ນໃສ່ແບບແຜນ ແລະ ການປະຕິບັດວິໄນຂອງພັກໃຫ້ເຂັ້ມງວດ, ຕໍ່ສູ້ຕ້ານການສໍ້ລາດບັງຫລວງ, ປັບປຸງບູລະນະລະບົບຕິດຕາມກວດກາຂອງພັກ ແລະ ລັດໃຫ້ສົມບູນຂຶ້ນ, ພ້ອມກັບການເພີ່ມທະວີຄວາມສາມາດດ້ານການກຳອຳນາດຢ່າງຮອບດ້ານ ເຊິ່ງທັງໝົດນີ້ແມ່ນແບບແຜນ, ກົນໄກ ແລະ ມາດຕະການ ເພື່ອຕີຖອຍການສໍ້ລາດບັງຫລວງ ແລະ ການສວຍໃຊ້ໜ້າທີ່ຂອງພະນັກງານສະມາຊິກພັກໃນທາງບໍ່ຖືກຕ້ອງ, ພ້ອມທັງປະຕິບັດລະບຽບວິໄນຕໍ່ຜູ້ລະເມີດຢ່າງເຂັ້ມງວດ.

