ເຊົາເກດ ຄວ້າລາງວັນຄູຝຶກດີເດັ່ນ 2018

ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ໄດ້ຮັບລາງວັນຄູຝຶກດີເດັ່ນປະຈຳປີ 2018 ຂອງ BBC ຫລັງຈາກສ້າງຜົນງານໄດ້ໂດດເດັ່ນ.
ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ໄດ້ຮັບລາງວັນຄູຝຶກດີເດັ່ນປະຈຳປີ 2018 ໃນງານມອບລາງວັນໃຫ້ຄົນວົງການກິລາສະຫະຣາຊະອານາຈັກຂອງ BBC ສື່ຊື່ດັງຂອງປະເທດອັງກິດ ຫລັງຈາກທີ່ລາວພາທີມຊາດອັງກິດສ້າງຜົນງານໄດ້ໂດດເດັ່ນ.
ຫລາຍຄົນບໍ່ໄດ້ຕັ້ງຄວາມຫວັງສູງຕໍ່ ເຊົາເກດ ໃນຕອນທີ່ລາວໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ຈັດການທີມ, ແຕ່ອະດີດກອງຫລັງຊາວອັງກິດສ້າງຜົນງານໄດ້ເໜືອຄວາມຄາດໝາຍ ດ້ວຍການພາທີມໄປເຖິງຮອບຮອງຊະນະເລີດຂອງບານເຕະໂລ 2018 ໂດຍຖືເປັນຄັ້ງທຳອິດນັບແຕ່ປີ 1990 ທີ່ອັງກິດໄປເຖິງຮອບດັ່ງກ່າວ ກ່ອນສຸດທ້າຍທີມຂອງ ເຊົາເກດ ຈະໄດ້ອັນດັບ 4 ໄປຄອງ.
ນອກຈາກນີ້ ເຊົາເກດ ຍັງສາມາດພາທີມແຊ້ມໂລກ 1 ສະໄໝ ຜ່ານເຂົ້າສູ່ຮອບຮອງຊະນະເລີດຂອງ ຢູຟາ ເນຊັນ ລີກ ລີກ A ໄດ້ນຳອີກ ຫລັງຈາກເປັນແຊ້ມຂອງກຸ່ມ 4 ທັງທີພວກເຂົາຕ້ອງຢູ່ຮ່ວມກຸ່ມກັບ ສະເປນ ແລະ ໂຄຣເອເຊຍ ໂດຍໃນຮອບຕັດເຊືອກນັ້ນ ອັງກິດ ຕ້ອງພົບກັບ ຮອລແລນ ໄລຍະເດືອນມິຖຸນາປີໜ້າ.
ນີ້ຖືເປັນຄັ້ງທີ 9 ທີ່ລາງວັນນີ້ຕົກເປັນຂອງຄົນໃນວົງການບານເຕະ ໂດຍຜູ້ຈັດການທີມໃນວົງການບານເຕະທີ່ເຄີຍໄດ້ລາງວັນນີ້ມີທັງ ເຊີ ອາເລັກ ເຟີກູສັນ, ອາຣແຊນ ເວນເກີ, ໂຊເຊ ມູຣິນໂຢ, ຟາບິໂອ ຄາເປລໂລ່, ເຄລາດິໂອ ຣານິເອເຣີ, ສະເວນ-ໂກຣັນ ອິຣິກສັນ ແລະ ໄມເຄິລ ໂອນີລ.

