ຊາວຍີ່ປຸ່ນບໍ່ເຫັນພ້ອມຮັບຕ່າງປະເທດ ເຮັດວຽກໃນປະເທດເພີ່ມ

ຜົນສຳຫລວດຂອງສຳນັກງານກຽວໂຕ ລະບຸວ່າ: ຊາວຍີ່ປຸ່ນ 65,8% ບໍ່ເຫັນພ້ອມທີ່ສະພາຜ່ານຮ່າງກົດໝາຍຮັບຊາວຕ່າງປະເທດເຂົ້າມາເຮັດວຽກເພີ່ມຂຶ້ນນັບແຕ່ເດືອນເມສາປີໜ້າ.
ຜົນສຳຫລວດທົ່ວປະເທດ ເຊິ່ງຈັດຂຶ້ນໃນໄລຍະວັນເສົາ ແລະ ວັນອາທິດ ຜູ້ຕອບແບບສອບຖາມ 24,8% ລະບຸວ່າ: ພວກເຂົາສະໜັບສະໜູນການຜ່ານຮ່າງກົດໝາຍທີ່ຈະເປີດຮັບແຮງງານຈາກຕ່າງປະເທດ 345.150 ຄົນເຂົ້າມາເຮັດວຽກໃນຍີ່ປຸ່ນ ເພື່ອແກ້ໄຂບັນຫາແຮງງານຂາດເຂີນ.
ລັດຖະບານຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ ໄດ້ຜ່ານຮ່າງກົດໝາຍດັ່ງກ່າວຜ່ານທາງສະພາຕໍ່າໃນທ້າຍເດືອນພຶດສະພາຜ່ານມາ, ເຖິງວ່າຈະຖືກວິຈານຢ່າງໜັກ ໂດຍສະພາສູງມີມະຕິຜ່ານຮ່າງກົດໝາຍໃນວັນທີ 8 ທັນວານີ້.
ເຖິງຢ່າງໃດກໍຕາມ, ຄະແນນນິຍົມຂອງຄະນະລັດຖະບານຂອງທ່ານ ອາເບະ ຫລຸດລົງຢູ່ລະດັບ 42,4% ຈາກລະດັບ 47,3% ໃນການສຳຫລວດຕົ້ນເດືອນພຶດສະພາ. ຂະນະທີ່ຄະແນນຄວາມບໍ່ນິຍົມເພີ່ມຂຶ້ນ 4,6 ຈຸດ ບັນລຸ 44,1%.

