ກຳປູເຈຍຢຶດງາຊ້າງອາຟຣິກາກວ່າ 3 ໂຕນ ຫລາຍເປັນປະຫວັດສາດ

ເຈົ້າໜ້າທີ່ພາສີ-ອາກອນກຳປູເຈຍ ຖະແຫລງໃນວັນທີ 16 ທັນວາວ່າ: ກຳປູເຈຍຢຶດງາຊ້າງນ້ຳໜັກຫລາຍກວ່າ 3,2 ໂຕນ ທີ່ເຊື່ອງຢູ່ໃນຕູ້ເກັບສິນຄ້າ ເຊິ່ງສົ່ງມາຈາກໂມຊຳບິກ. ຖືເປັນການຢຶດງາຊ້າງໄດ້ຫລາຍທີ່ສຸດໃນກຳປູເຈຍ.
ເຈົ້າໜ້າທີ່ກຳປູເຈຍເປີດເຜີຍວ່າ: ກຳປູເຈຍກວດພົບງາຊ້າງ 1.026 ອັນ ໄດ້ຢູ່ທ່າເຮືອພະນົມເປັນ ຫລັງໄດ້ຮັບແຈ້ງຂ່າວຈາກສະຖານທູດອາເມລິກາ ເຊິ່ງສະແດງວ່າ: ກຳປູເຈຍກາຍເປັນເສັ້ນທາງຫລັກໃນພາກພື້ນຂອງການລັກລອບຂົນສົ່ງສິນຄ້າສັດປ່າຜິດກົດໝາຍມູນຄ່າຫລາຍລ້ານໂດລາ. ຫົວໜ້າຫ້ອງການພາສີ-ອາກອນ ຢູ່ທ່າເຮືອພະນົມເປັນ ຖະແຫລງວ່າ: ງາຊ້າງເຊື່ອງປົນຢູ່ກັບຫີນອ່ອນ ພາຍໃນຕູ້ສິນຄ້າທີ່ປະໄວ້ ຫລັງສົ່ງມາຈາກໂມຊຳບິກ ປະເທດທາງໃຕ້ຂອງພາກພື້ນອາຟຣິກາ ແລະ ມາເຖິງທ່າເຮືອພະນົມເປັນແຕ່ປີຜ່ານມາ, ສ່ວນເຈົ້າຂອງສິນຄ້າບໍ່ໄດ້ລະບຸຊື່, ບໍ່ໄດ້ມາຮັບເຄື່ອງທີ່ສົ່ງມາ. ເຈົ້າໜ້າທີ່ກຳປູເຈຍຍັງບໍ່ຮູ້ວ່າ: ງາຊ້າງດັ່ງກ່າວມີເປົ້າໝາຍໄປປະເທດໃດ.

