ລູກບໍ່ຍອມກິນເຂົ້າຈະແກ້ໄຂແນວໃດ

ບັນຫາລູກບໍ່ຍອມກິນເຂົ້າເກີດຈາກສາເຫດທີ່ແຕກຕ່າງກັນໄປ ໄດ້ແກ່ : ການເລືອກກິນ, ການຫລີກເວັ້ນອາຫານໃໝ່, ອາການ ແພ້ອາຫານ, ອາການຢ້ານອາຫານ, ບັນຫາສຸຂະພາບທີ່ສົ່ງຜົນຕໍ່ການກິນ ແລະ ສາເຫດອື່ນໆນຳ.
– ສາເຫດຕົ້ນຕໍທ່ີເຮັດໃຫ້ລູກບໍ່ກິນເຂົ້ານັ້ນ ເລີ່ມຕົ້ນຈາກຄວາມວິຕົກກັງວົນຫລາຍເກີນໄປຂອງຜູ້ປົກຄອງ ວ່າລູກອາດຈະໄດ້ຮັບສານອາຫານບໍ່ພຽງພໍ ເຊິ່ງຄວາມວິຕົກກັງວົນນີ້ເກີດຈາກຄວາມບໍ່ຮູ້ ຫລື ເຂົ້າໃຈຜິດ ເປັນເຫດສຳຄັນອັນນຳມາສູ່ການແກ້ໄຂທີ່ບໍ່ຖືກວິທີສົ່ງຜົນໃຫ້ບັນຫາຮຸນແຮງຍິ່ງຂຶ້ນ.
ສິ່ງທີ່ບົ່ງບອກວ່າລູກກິນຍາກມີດັ່ງນີ້ :
– ມັກກິນອາຫານປະເພດນຳ້, ກິນອາຫານອ່ອນໆ.
– ປະຕິເສດອາຫານປະເພດອື່ນທີ່ນອກເໜືອຈາກອາຫານທີ່ມັກກິນເທົ່ານັ້ນ.
– ອົມ ຫລື ຄາຍອາຫານແຂງ ຫລື ອາຫານທີ່ບໍ່ລຶ້ງເຄີຍ.
ຜົນກະທົບຈາກນິໄສການເລືອກກິນ ແລະ ບໍ່ຍອມກິນເຂົ້າ :
– ສານອາຫານບໍ່ພຽງພໍ.
– ການຈະເລີນເຕີບໃຫຍ່ບໍ່ດີ.
– ເຈັບປ່ວຍງ່າຍ.
– ການຈະເລີນເຕີບໃຫຍ່ຂອງຂະບວນການຮັບຮູ້ຕໍ່າ.
– ຄວາມສຳພັນຂອງພໍ່, ແມ່ ແລະ ລູກເຄັ່ງຄຽດ.
ການແກ້ບັນຫາລູກບໍ່ຍອມກິນເຂົ້າໃຫ້ສຳເລັດມີດັ່ງນີ້ :
1. ພໍ່ແມ່ຄວນຫລຸດຄວາມກັງວົນໃຈລົງແດ່ກ່ຽວກັບການກິນອາຫານຂອງລູກ ເຊັ່ນ : ກັງວົນວ່າລູກຈະມີນຳ້ໜັກໂຕໜ້ອຍ ຫລື ໄດ້ຮັບສານອາຫານບໍ່ພຽງພໍ ເພາະຄວາມກັງວົນນັ້ນສົ່ງຕໍ່ໄປໃຫ້ລູກໄດ້ ເຮັດໃຫ້ມີຜົນຕໍ່ການບໍ່ກິນອາຫານໄດ້.
2. ພໍ່ແມ່ຄວນໃຫ້ລູກໄດ້ມີໂອກາດຊ່ວຍເຫລືອຕົນເອງກ່ຽວກັບການກິນອາຫານແດ່ ເຊັ່ນ : ໃຫ້ລູກເລີ່ມຈັບອາຫານຕ່ອນນ້ອຍໆ ຫລື ເອົາບ່ວງເຂົ້າປາກໄດ້ ຈະເປິເປື້ອນແດ່ກໍບໍ່ເປັນຫຍັງ.
3. ກິນອາຫານນຳກັນກັບລູກ ແລະ ກິນອາຫານຄືກັນກັບລູກ ເພື່ອສະໜັບສະໜູນໃຫ້ລູກຍອມກິນອາຫານຊະນິດໃໝ່ໆ ເພາະ ລູກຈະເບິ່ງທ່ານເປັນໂຕຢ່າງ.
4. ຕັ້ງເວລາໃນການກິນອາຫານປະມານ 30 ນາທີ ຖ້າລູກບໍ່ກິນ ເມື່ອໝົດເວລາໃຫ້ເກັບມ້ຽນອາຫານໄວ້.
5. ບໍ່ໃຫ້ລູກກິນນົມຫລາຍເກີນໄປ ເພາະເມື່ອລູກອາຍຸເກີນ 1 ປີ ຄວນກິນເຂົ້າເປັນອາຫານຫລັກ ມື້ລະ 3 ຄາບ. ສ່ວນນົມຈະເປັນອາຫານເສີມເທົ່ານັ້ນ ຈຶ່ງຕ້ອງຫລຸດປະລິມານລົງເຫລືອມື້ລະບໍ່ເກີນ 750 ມິນລີລິດ ແລະ ຄວນໃຫ້ລູກກິນນົມຫລັງອາຫານເທົ່ານັ້ນ ເດັກອາຍຸຫລາຍກ່ວາ 6 ເດືອນ ຮ່າງກາຍບໍ່ຕ້ອງການນົມຫລັງຈາກຫລັບໄປແລ້ວຈົນແຈ້ງ ຈຶ່ງບໍ່ຄວນປຸກລູກຂຶ້ນມາກິນນົມ ເພາະລູກໄວນີ້ສາມາດກິນນົມກ່ອນນອນແລ້ວຢູ່ໄດ້ຈົນແຈ້ງ ຫາກໃຫ້ກິນນົມໃນຕອນກາງຄືນຈະກາຍເປັນຄວາມລຶ້ງເຄີຍ ແລະ ເຮັດໃຫ້ລູກເບື່ອອາຫານເຊົ້າ ເພາະຍັງອີ່ມນົມຢູ່.
6. ຍ້ອງຍໍລູກແດ່ເມື່ອລູກກິນອາຫານໄດ້ດີ ຫາກເຮັດໄດ້ບໍ່ດີໃຫ້ຢູ່ເສີຍໆ.
7. ລູູກຂາດຄວາມຢາກອາຫານເນື່ອງຈາກກິນເຂົ້າໜົມ ຫລື ນົມໃນຕອນກາງເວັ້ນແລ້ວ.
8. ແມ່ຕ້ອງເຂັ້ມງວດງົດເວັ້ນການກິນອາຫານອື່ນໆໃນຕອນກາງເວັນ ເຊັ່ນ : ນົມ, ເຂົ້າໜົມ ຫລື ອາຫານກິນຫລິ້ນ ເປັນຕົ້ນ.
9. ແມ່ບໍ່ໍຄວນຕັກອາຫານໃນປະລິິມານຫລາຍເກີນໄປ.
10. ບໍ່ຄວນເປີດໂທລະພາບໃນເວລາລູກກິນອາຫານ.
11. ອະນຸຍາດໃຫ້ລູກຫລິ້ນກັບອາຫານເພື່ອຫລຸດຄວາມເຄັ່ງຄຽດທີ່ມີຕໍ່ອາຫານຊະນິດໃໝ່.
12. ສັງເກດຊະນິດ ແລະ ລັກສະນະອາຫານທີ່ລູກມັກ, ປຸງແຕ່ງລົດຊາດໃຫ້ຖືກປາກລູກ ເພາະລູກສາມາດໄຈ້ແຍກລົດຊາດໄດ້ຕັ້ງແຕ່ອາຍຸບໍ່ເທົ່າໃດອາທິດ.

