ເດເຄອາ ກຽມຕໍ່ສັນຍາກັບ ແມນຢູ

ເດິ ຊັນ ສື່ຂອງອັງກິດ ລາຍງານວ່າ: ດາບິດ ເດ ເຄອາ ຜູ້ຮັກສາປະຕູຂອງ ແມນເຊັສເຕີ ຢູໄນເຕັດ ກຽມຕໍ່ສັນຍາກັບທີມແລ້ວ ຫລັງຈາກຕົ້ນສັງກັດຍອມຈ່າຍຄ່າເມື່ອຍໃຫ້ອາທິດລະ 400.000 ປອນ ເຊິ່ງຈະເຮັດໃຫ້ລາວເປັນຄົນທີ່ໄດ້ຄ່າເມື່ອຍສູງທີ່ສຸດຂອງທີມທັນທີ.
ດາບິດ ເດ ເຄອາ ຜູ້ຮັກສາປະຕູມືໜຶ່ງຂອງ ແມນເຊັສເຕີ ຢູໄນເຕັດ ຍອດສະໂມສອນແຫ່ງ ພຣີເມຍລີກ ອັງກິດ ໃກ້ຈະເຊັນສັນຍາສະບັບໃໝ່ກັບທີມແລ້ວ ຫລັງຈາກ ແມນຢູ ສະເໜີຈະໃຫ້ຄ່າເມື່ອຍລາວ 400.000 ປອນຕໍ່ອາທິດ.
ອະນາຄົດຂອງ ເດ ເຄອາ ໃນຖິ່ນ ໂອລ ແທຣັບຟອດ ເປັນບັນຫາທີ່ຖືກເວົ້າຫລາຍພໍສົມຄວນໃນໄລຍະຜ່ານມາ ເພາະລາວຈະໝົດສັນຍາກັບທີມໃນຊຳເມີ້ປີໜ້າ.
ທັງນີ້, ກ່ອນໜ້ານີ້ ເຄີຍມີຂ່າວລືວ່າສາເຫດທີ່ ເດ ເຄອາ ຍັງບໍ່ຍອມຕໍ່ສັນຍາ ເປັນຍ້ອນລາວຢາກໄດ້ຄ່າເມື່ອຍໃນລະດັບໃກ້ຄຽງກັບ ອາເລັກຊິສ ຊານເຊຊ ດາວເຕະຊາວຊິລີ ເມື່ອພິຈາລະນາເຖິງເລື່ອງທີ່ລາວເປັນຄົນສຳຄັນຂອງທີມ ແລະ ສ້າງຜົນງານໄດ້ດີເດັ່ນໃນຫລາຍລະດູການຜ່ານມາ ເຊິ່ງຫລ້າສຸດຍອດທີມແຫ່ງຖິ່ນ ໂອລ ແທຣັບຟອດ ຍອມປະຕິບັດຕາມນັ້ນ. ຂະນະທີ່ ເດ ເຄອາ ບອກກັບເພື່ອນວ່າລາວໃກ້ຈະບັນລຸຂໍ້ຕົກລົງເລື່ອງສັນຍາສະບັບໃໝ່ແລ້ວ.
ຖ້າສັນຍາສະບັບໃໝ່ເຮັດໃຫ້ ເດ ເຄອາ ໄດ້ຄ່າເມື່ອຍອາທິດລະ 400.000 ປອນແທ້ ຈະເຮັດໃຫ້ລາວເປັນຄົນທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດເປັນອັນດັບ 1 ຂອງທີມທັນທີ ເພາະປັດຈຸບັນ ຊານເຊຊ ໄດ້ຮັບຢູ່ 350.000 ປອນຕໍ່ອາທິດ.

