ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ 3 ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມພົບປະຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດຄັ້ງທີ 3 ປີ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 13 ທັນວານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ (ສນຊ), ມີທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ,ມີບັນດາຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດ, ຜູ້ແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ, ພ້ອມດ້ວຍແຂກທັງພາຍໃນ ແລະ ຕ່າງປະເທດ 600 ກວ່າທ່ານເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວລາຍງານ ແລະຕີລາຄາຄືນຕໍ່ໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ຊົງຄຸນວຸດທິຄັ້ງທີ II ປີ 2015ແລະ ທິດທາງວຽກງານຈຸດສຸມແຕ່ປີ 2018-2022 ວ່າ: ແນວລາວສ້າງຊາດ ແລະອົງການຈັດຕັ້ງມະຫາຊົນຍາມໃດກໍໄດ້ຕັ້ງໜ້າສຶກສາອົບຮົມ ແລະເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນທັງຊາດ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ແລະຜູ້ຊົງຄຸນວຸດທິ ລວມທັງພີ່ນ້ອງຄົນລາວທີ່ດໍາລົງຊີວິດຢູ່ຕ່າງປະເທດມີຄວາມເປັນປຶກແຜ່ນແໜ້ນໜາ. ໃນຊຸມປີຜ່ານມາ ບັນດາຜູ້ຊົງວຸດທິຊົນເຜົ່າຕ່າງໆຕາມຂະແໜງການ ແລະ ທ້ອງຖິ່ນ ກໍໄດ້ຕັ້ງໜ້າເຄື່ອນໄຫວສຶກສາອົບຮົມແນວຄິດ,ສຶກສາອົບຮົມມູນເຊື້ອຮັກຊາດ, ມູນເຊື້ອຄຸນສົມບັດຂອງຜູ້ນໍາ,ມູນເຊື້ອຄວາມດຸໝັ່ນຂະຫຍັນພຽນປະດິດສ້າງ ແລະມູນເຊື້ອວັດທະນະທໍາອັນດີງາມຂອງຊາດ.ສັງຄົມມີຄວາມສະເໝີພາບຕໍ່ໜ້າກົດໝາຍ ລະຫວ່າງຂະແໜງການເສດຖະກິດ,ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຫລຸດຜ່ອນຄວາມແຕກໂຕນ ແລະ ຂໍ້ຂັດແຍ່ງ,ນໍາເອົາມະຕິ, ແນວທາງນະໂຍບາຍຂອງພັກ, ກົດໝາຍ, ນິຕິກໍາ,ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການຂອງຄະນະພັກ-ອົງການປົກຄອງຂັ້ນທ້ອງຖິ່ນໃນແຕ່ລະໄລຍະລົງເຜີຍແຜ່ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈໄດ້ຢ່າງທົ່ວເຖິງ. ປັດຈຸບັນສາມາດປະກາດເປັນຄອບຄົວ ແລະບ້ານສາມັກຄີ ປອງດອງແລ້ວຈໍານວນ 297.096 ຄອບຄົວ ເທົ່າກັບ 24,85% ແລະ 2.131 ບ້ານເທົ່າ 24,67% ກະກຽມປະກາດ ແລະ ຮັບຮອງເມືອງສາມັກຄີປອງດອງ 1ເມືອງ ຄືເມືອງເງິນ ແຂວໄຊຍະບູລີ.
ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ໃນຕໍ່ໜ້າ ຄະນະພັກ-ອົງການປົກຄອງແນວລາວສ້າງຊາດແຕ່ລະຂັ້ນ ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນລາວທັງຊາດ ນັບທັງເຊື້ອຊາດລາວຢູ່ຕ່າງປະເທດ, ຜູ້ຊົງຄຸນວຸດທິໃຫ້ເປັນປຶກແຜ່ນແໜ້ນໜາພາຍໃຕ້ການນໍາພາຂອງພັກ, ປັບປຸງການຈັດຕັ້ງທີ່ຮັບຜິດຊອບວຽກງານຜູ້ຊົງຄຸນວຸດທິບັນດາເຜົ່າໃຫ້ມີຄວາມເຂັ້ມແຂງ, ຕັ້ງໜ້າເຮັດວຽກງານການຕ່າງປະເທດ ແລະ ຮ່ວມມືສາກົນ ເປັນຕົ້ນແມ່ນວຽກງານການທູດປະຊາຊົນບົນພື້ນຖານແນວທາງ ແລະ ຫລັກການ, ສັນຕິພາບ-ມິດຕະພາບ ແລະ ການຮ່ວມມືພັດທະນາ ໂດຍມີຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ເຊື່ອໝັ້ນ, ສາມັກຄີຢ່າງຈິງໃຈ ແລະ ເພື່ອສ້າງສະພາບແວດລ້ອມອັນດີໃຫ້ແກ່ການລົງທຶນ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມແນວທາງນະໂຍບາຍຂອງພັກວາງອອກ.

