ອົດສະຕຣາລີ ສະໜັບສະໜູນ 2 ແສນໂດລາອົດສະຕຣາລີ ເກັບກູ້ລະເບີດບໍ່ທັນແຕກຢູ່ແຂວງອັດຕະປື

ພິທີລົງນາມຂໍ້ຕົກລົງກ່ຽວກັບການເກັບກູ້ລະເບີດບໍ່ທັນແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື ລະຫວ່າງ ທ່ານ ຈີນ ເບີນາດ ຄາຣາສໂຊ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ແລະ ທ່ານ ນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈຳລາວ ໄດ້ຈັດຂຶ້ນໃນວັນທີ 12 ທັນວານີ້ ທີ່ນະຄອນຫລວງວຽງຈັນ ໂດຍລັດຖະບານອົດສະຕຣາລີ ສະໜັບສະໜູນທຶນ 2 ແສນໂດລາອົດສະຕຣາລີ ໃຫ້ລັດຖະບານລາວ ໂດຍຜ່ານອົງການສະຫະປະຊາຊາດເພື່ອການພັດທະນາ ເພື່ອດຳເນີນການເກັບກູ້ລະເບີດບໍ່ທັນແຕກຢູ່ເມືອງສະໜາມໄຊ ແຂວງອັດຕະປື. ການປະກອບສ່ວນແມ່ນສ່ວນໜຶ່ງຂອງການຊ່ວຍເຫລືອດ້ານມະນຸດສະທຳຂອງອົດສະຕຣາລີໃນຈຳນວນ 3 ລ້ານໂດລາອົດສະຕຣາລີ ເພື່ອຕອບໂຕ້ໄພນໍ້າຖ້ວມຢູ່ແຂວງດັ່ງກ່າວ ໂດຍສະເພາະພາຍຫລັງເກີດການແຕກພັງຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ເມື່ອເດືອນກໍລະກົດທີ່ຜ່ານມາ.
ທ່ານ ຈີນ ເບີນາດ ຄາຣາສໂຊ ກ່າວວ່າ: ຄວາມຈຳເປັນທີ່ຈະຕ້ອງໄດ້ປະເມີນຄືນສະຖານະການໄພນ້ຳຖ້ວມຢູ່ແຂວງອັດຕະປືເປັນສິ່ງສຳຄັນຫລາຍ ເພື່ອຮັບປະກັນວ່າປະຊາຊົນທີ່ໄດ້ຮັບຜົນກະທົບ ສາມາດເຂົ້າເຖິງທີ່ດິນຢ່າງປອດໄພສຳລັບການດຳລົງຊີວິດ.
ທ່ານ ນາງ ຄາຣິນາ ອິມໂມເນັນ ກ່າວວ່າ: ອົງການສະຫະປະຊາຊາດເພື່ອການພັດທະນາ ມີຄວາມມຸ້ງໝັ້ນທີ່ຈະໃຫ້ການຊ່ວຍເຫລືອ ເພື່ອການບັນລຸເປົ້າໝາຍການພັດທະນາແບບຍືນຍົງທີ 18 ກ່ຽວກັບການຮັກສາຊີວິດໃຫ້ປອດໄພຈາກລະເບີດບໍ່ທັນແຕກ. ແຜນງານຂອງພວກເຮົາແມ່ນໃຫ້ການສະໜັບສະໜູນດ້ານການສຳຫລວດ, ການເກັບກູ້, ການໂຄສະນາສຶກສາຄວາມສ່ຽງ, ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ການປະສານງານ. ພວກເຮົາມີຄວາມຍິນດີໃຫ້ການຊ່ວຍເຫລືອແຂວງອັດຕະປື ແລະ ແຂວງອື່ນໆ ໃນທົ່ວປະເທດໃນວຽກງານເກັບກູ້ລະເບີດບໍ່ທັນແຕກ.
ຈາກການຮ່ວມມືລະຫວ່າງອົງການສະຫະປະຊາຊາດເພື່ອການພັດທະນາ ແລະ ລັດຖະບານອົດສະຕຣາລີ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ສຳຫລວດ ແລະ ເກັບກູ້ລະເບີດບໍ່ທັນແຕກໂດຍໄວຢູ່ແຂວງອັດຕະປື ເຊິ່ງໄດ້ນຳເອົາທີມງານເກັບກູ້ລະເບີດຂອງໂຄງການຈາກແຂວງໃກ້ຄຽງ ຄືແຂວງຈຳປາສັກ, ສາລະວັນ ແລະ ສະຫວັນນະເຂດ ແບ່ງອອກເປັນ 5 ທີມ ເພື່ອເຮັດວຽກຢູ່ເມືອງສະໜາມໄຊ. ນັບແຕ່ກາງເດືອນກັນຍາເປັນຕົ້ນມາ ມີເນື້ອທີ່ 44 ເຮັກຕາ ຂອງ 2 ບ້ານຢູ່ເມືອງສະໜາມໄຊ ໄດ້ຮັບການກວດກູ້ລະເບີດບໍ່ທັນແຕກ ເຊິ່ງພົບລະເບີດລູກຫວ່ານ 16 ໜ່ວຍ ແລະ ລະເບີດປະເພດອື່ນອີກ 18 ປະເພດໂດຍຊີ້ໃຫ້ເຫັນວ່າຍັງມີລະເບີດບໍ່ທັນແຕກຢູ່ໃນພື້ນທີ່ດັ່ງກ່າວ ແລະ ເປັນອັນຕະລາຍຕໍ່ປະຊາຊົນ ແລະ ທີມງານເກັບກູ້, ຕັ້ງເປົ້າຈະບັນລຸການສຳຫລວດ ແລະ ການເກັບກູ້ລະເບີດໃຫ້ໄດ້ 57 ເຮັກຕາ.

