ສສຊ ເພດຍິງລາວກ້າວໄກ ໄປທັນຍຸກ

ໂດຍ: ວິເສດ ສະແຫວງສຶກສາ
ເວລາຜ່ານໄປໄວປານ ມີປິກ,ທ່ານວ່າຄືຜູ້ຂຽນບໍ່?ສະມາຊິກສະພາແຫ່ງຊາດ (ສສຊ) ທີ່ພວກເຮົາເລືອກ ຂຶ້ນມາດ້ວຍມືຕົນເອງເມື່ອ 2ປີເສດໆຜ່ານມາດຽວນີ້ກໍມີ ອາຍຸເຄິ່ງສະໄໝແລ້ວນັບ ຈາກກອງປະຊຸມເທ່ືອທີ 5 ເຊິ່ງພວມດຳເນີນຢູ່ໃນປັດຈຸບັນນີ້.
ເປັນອັນວ່າສະພາແຫ່ງ ຊາດນີ້ຍັງຈະມີໂອກາດມາ ນັ່ງໃນກອງປະຊຸມສາມັນ ອີກພຽງ 5 ຄັ້ງເທົ່ານັ້ນເອງ. ເພື່ອໃຫ້ເຂົ້າກັບບັນຍາກາດ ກອງປະຊຸມເຊິ່ງຜູ້ມີສິດ ເລືອກຕັ້ງທັງຫລາຍໃຈຈົດ ໃຈຈໍ່ຕິດຕາມຢູ່ນີ້, ຜູ້ຂຽນ ຂໍສະເໜີເນື້ອໃນບົດຄວາມ ໜຶ່ງກ່ຽວກັບການເປັນຕົວ ແທນຂອງເພດຍິງໃນລັດຖະ ສະພາຢູ່ພາກພື້ນອາຊີຂອງ ພວກເຮົາເພື່ອໃຫ້ເຫັນຄວາມ ສຳຄັນດ້ານຈຳນວນ ແລະ ຄຸນ ນະພາບໃນການເຄື່ອນໄຫວ ຂອງສະມາຊິກເພດຍິງໃນ ສະພາແຫ່ງຊາດພວກເຮົາ.
ທ່ານຜູ້ອ່ານຄົງຈຳໄດ້ ດີວ່າຜ່ານມາກວ່າ 2 ທົດສະ ວັດແລ້ວທີ່ອົງການສະຫະປະຊາຊາດ (UN) ແລະ ສະ ຫະພັນລັດຖະສະພາສາກົນ (IPU) ໄດ້ຮຽກຮ້ອງໃຫ້ບັນ ດາປະເທດສະມາຊິກສົ່ງເສີມ ບົດບາດ ແລະ ຄວາມສະເໝີ ພາບຍິງ-ຊາຍທາງດ້ານ ການ ເມືອງໂດຍໄດ້ຕັ້ງເປົ້າໝາຍ ໃຫ້ບ່ອນນັ່ງຂອງຕົວແທນ ເພດຍິງໃນລັດຖະສະພາ ກວມເອົາຢ່າງໜ້ອຍ 30% ຢາກເຮັດໄດ້ຄືແນວນັ້ນ, ແຕ່ ລະປະເທດກໍຕ້ອງຮັບປະກັນ ສ່ວນແບ່ງ 30% ຂອງຈຳ ນວນ ສສຊ ເພດຍິງໃນລັດ ຖະສະພາ.
ບັດນີ້ພວກເຮົາພາກັນ ມາເບິ່ງສ່ວນແບ່ງການເປັນ ຕົວແທນຂອງເພດຍິງໃນລັດ ຖະສະພາບັນດາປະເທດໃນ ທະວີບອາຊີຂອງພວກເຮົາ ຕາມບົດຄວາມໃນໜ້າໜັງ ສືພິມວຽງຈັນທາມສະບັບ ວັນທີ 27 ເດືອນພະຈິກປີນີ້.
ບົດຄວາມໄດ້ອ້າງຂໍ້ ມູນຂອງທະນາຄານໂລກທີ່ ບອກວ່າໃນທົດສະວັດຜ່ານ ມາ, ຈຳນວນເພດຍິງທີ່ຍາດ ໄດ້ບ່ອນນັ່ງໃນລັດຖະສະ ພານັ້ນໄດ້ເພີ່ມຢ່າງຫລວງ ຫລາຍ ໃນນັ້ນຟີລິບປິນ ແລະ ເນປານໄດ້ກາຍເປັນດາວ ດວງເດັ່ນກວ່າໝູ່ເພາະສາ ມາດບັນລຸຕົວເລກ 30% ສຳລັບ ສສຊ ເພດຍິງໃນ ລັດຖະສະພາ.
ໃນທົດສະວັດກ່ອນໜ້າ ນັ້ນ, ຟີລິບປິນ ແລະ ເນປານ ມີ ສສຊ ເພດຍິງລະຫວ່າງ 6-9% ເທົ່ານັ້ນ. ບົດຄວາມ ໄດ້ລຽງລຳດັບປະເທດ ລາວຂອງພວກເຮົາເປັນ ທີ 2 ຍ້ອນມີຜູ້ແທນເພດ ຍິງໃນສະພາແຫ່ງຊາດ ຈຳນວນ 28% ຂອງຈຳ ນວນ ສສຊ ທັງໝົດ.
ຫວຽດນາມຕາມລາວ ມາຢ່າງໃກ້ຊິດຄືມີ ສສຊ ເພດຍິງ 27%. ບົດຄວາມຕີ ລາຄາການເພີ່ມຂຶ້ນຂອງ ຜູ້ແທນເພດຍິງໃນລັດຖະ ສະພາ ສປ ຈີນ ວ່າຍັງຊ້າ. ໃນປີ 1997 ລັດຖະສະພາ ຈີນ ມີຜູ້ແທນເພດຍິງ 21% ແລະ ໄດ້ເພີ່ມຂຶ້ນເປັນ 24% ເທົ່ານັ້ນ ໃນປີ 2017, ຜູ້ແທນ ເພດຍິງໃນລັດຖະສະພາ ສິງກະໂປນັ້ນກວມ 23%, ປາກິດສະຖານ 21%, ບັງ ກະລາເທດ 20%.
ບົດຄວາມໄດ້ຕີລາຄາ ວ່າລັດຖະສະພາກຳປູເຈຍ ໄດ້ຮັບຜົນສຳເລັດສູງໃນ ການສົ່ງເສີມໃຫ້ມີ ສສຊ ເພດຍິງເພີ່ມຂຶ້ນ, ໃນຍຸກ ເລີ່ມ ຕົ້ນທີ່ມີລະບົບລັດຖະ ສະພານັ້ນ, ກຳປູເຈຍບໍ່ມີ ສສຊ ເພດຍິງເລີຍແຕ່ໃນ ປັດຈຸບັນ (ນັບແຕ່ປີ 2017) ສສຊ ເພດຍິງກຳປູເຈຍ ໄດ້ບັນລຸຕົວເລກ 20%. ສ ເກົາຫລີ ແລະ ມົງໂກລີ ມີ ຈຳນວນຜູ້ແທນເພດຍິງ ສ່ຳກັນຄື 17%.
ອິນເດຍມີຜູ້ແທນເພດ ຍິງໃນສະພາພຽງ 12% ທັງໆທີ່ມີກົດໝາຍກຳນົດ ທີ່ນັ່ງໃນສະພາຈຳນວນ 33% ສຳລັບເພດຍິງ, ມາ ເລເຊຍ ແລະ ຍີ່ປຸ່ນຕ່າງກໍມີ ຜູ້ແທນເພດຍິງໃນສະພາ 10%. ຍີ່ປຸ່ນຫວ່າງບໍ່ດົນ ມານີ້ໄດ້ມີກົດໝາຍສົ່ງເສີມ ບົດບາດແມ່ຍິງໃນເວທີການ ເມືອງ ໂດຍໄດ້ຮຽກຮ້ອງ ໃຫ້ພັກການເມືອງຕ່າງໆ ສົ່ງ ຜູ້ລົງສະໝັກຮັບເລືອກຕັ້ງ ທັງເພດຍິງ ແລະ ເພດຊາຍ ໃນຈຳນວນເທົ່າໆກັນ.
ປະເທດບຣູໄນ ດາຣູຊາ ລາມມີຜູ້ແທນເພດຍິງໃນ ສະພາ 9% ແລະ 6% ຢູ່ສີລັງ ກາ. ສ່ວນໃນລັດຖະສະພາ ໄທນັ້ນນັກການເມືອງເພດ ຍິງໃນລັດຖະສະພານັ້ນກວມເອົາພຽງ 5% ຂອງ ສສຊ ທັງໝົດ ເຊິ່ງທະນາຄານ ໂລກຕີລາຄາວ່າ ລາກທ້າຍ ໝູ່ ໃນອາຊີ.
ສປປ ລາວ ພວກເຮົາ ຄອງອັນດັບທີ 2ຂອງອາຊີ ທີ່ມີ ສສຊ ເພດຍິງຫລາຍ. ນີ້ຄືຄວາມພູມໃຈຂອງຄົນ ລາວພວກເຮົາແຕ່ພູມໃຈໄປກວ່ານັ້ນກໍຄືຄຸນນະພາບໃນ ການເຄື່ອນໄຫວຂອງຜູ້ ແທນເພດຍິງໃນສະພາຊຸດ ນີ້ ເຊິ່ງໂດດເດັ່ນກວ່າຊຸດຜ່ານໆມາຢ່າງຂາດຂັ້ນ!./.

